• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ໜັງສືພິມ ສິງກະໂປ ຍົກໃຫ້ເຫັນແຈ້ງບັນດາຜົນສຳເລັດຂອງ ຫວຽດນາມ

      ໃນວັນທີ 9 ພະຈິກ, ໜັງສືພິມລາຍວັນ The Straits Times (ສິງກະໂປ) ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ວ່າ “ຜົນສຳເລັດທີ່ພົ້ນເດັ່ນຂອງ ຫວຽດນາມ ຕໍ່ໜ້າກອງປະຊຸມຕໍ່ໜ້າກອງປະຊຸມຊຸດຍອດອາຊຽນ” ໂດຍເນັ້ນໜັກວ່າ ໃນສະພາບວາລະກອງປະຊຸມສຸດຍອດ ອາຊຽນ ໃກ້ຈະດຳເນີນຢູ່ຮ່າໂນ້ຍ, ເລື່ອງເສດຖະກິດຫວຽດນາມປະສົບຜົນສຳເລັດແມ່ນຫົວຂໍ້ທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ.

ທ່ານນາງ Catherine Wong ເອກອັກຄະລັດຖະທູດ ສິງກະໂປປະຈຳ ຫວຽດນາມ
(ພາບ: straitstimes.com
'      ຕາມທ່ານນາງ Catherine Wong ເອກອັກຄະລັດຖະທູດ ສິງກະໂປປະຈຳ ຫວຽດນາມ ແລ້ວ, ສຳລັບສິງກະໂປ, ການພົວພັນດ້ານເສດຖະກິດແມ່ນເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ. ປັດຈຸບັນ, ສິງກະໂປ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 3 ຢູ່ ຫວຽດນາມ. ສິ່ງນີ້ມີຄວາມໝາຍທີ່ສຸດ ຍ້ອນວ່າ ສອງນັກລົງທຶນແຖວໜ້າແມ່ນຍີ່ປຸ່ນ ແລະ ສ.ເກົາຫຼີ ລ້ວນແຕ່ແມ່ນ ບັນດາພື້ນຖານເສດຖະກິດ ໃຫຍ່ກ່ວາ ສິງກະໂປ. ບັນດາສັນຍາລັກຮ່ວມມືທີ່ມີແຕ່ດົນນານ ລະຫວ່າງ ສິງກະໂປ ແລະ ຫວຽດນາມ ລວມມີ: ການຮ່ວມດຳເນີນທຸລະກິດ ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ ເຊິ່ງໄດ້ກໍ່ສ້າງກ່ອນນີ້ 24 ປີແລ້ວ, ພ້ອມກັບຂໍ້ຕົກລົງໂຄງການຮ່ວມສຳພັນແຕ່ປີ 2006 ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ການເງິນ, ເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ການຂົນສົ່ງ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top