• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ຫວຽດນາມ ຖືການເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດຄູ່ເຈລະຈາເປັນສຳຄັນ

      ໃນກວ່າ 2 ທົດສະວັດ ອາຊຽນ ແລະ 3 ປະເທດຄື: ຈີນ, ຍີ່ປຸ່ນ ແລະ ສເກົາຫລີ ສ້າງຕັ້ງກົນໄກຮ່ວມມື, ການພົວພັນຄູ່ຮ່ວມມືໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ
      ຕອນເຊົ້າວັນທີ 30 ກັນຍາ, ໃນຂອບເຂດກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 15 (AMMTC) ແລະ ບັນດາກອງປະຊຸມກ່ຽວຂ້ອງ ໂດຍ ບຣູໄນ ເປັນເຈົ້າພາບຈັດຕັ້ງຕາມຮູບການທາງໄກ, ຄະນະຜູ້ແທນ ຫວຽດນາມໂດຍພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫລວດ ເຂົ້າຮ່ວມກອງປະຊຸມປຶກສາຫາລື AMMTC+ ຈີນ ຄັ້ງທີ 8, AMMTC + ສເກົາຫລີ ຄັ້ງທີ 2, AMMTC + ຍີ່ປຸ່ນ ຄັ້ງທີ 6 ແລະ AMMTC+3.ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງລັດຖະມົນຕີ ເລືອງຕາມກວາງ ຢືນຢັນ:                                                                               
ພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫລວດ ເຂົ້າຮ່ວມກອງປະຊຸມ. (ພາບ:baoquocte.vn)
      ໃນກວ່າ 2 ທົດສະວັດ ອາຊຽນ ແລະ 3 ປະເທດຄື: ຈີນ, ຍີ່ປຸ່ນ ແລະ ສເກົາຫລີ ສ້າງຕັ້ງກົນໄກຮ່ວມມື, ການພົວພັນຄູ່ຮ່ວມມືໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາຢູ່ພາກພື້ນ ອາຊີຕາເວັນອອກ.  ກ່ຽວກັບການກຳນົດທິດຮ່ວມມື ອາຊຽນ +3, ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ສະເຫນີບັນດາຝ່າຍໃຫ້ບຸລິມະສິດການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ - 19.  ຄວນເພີ່ມທະວີການຮ່ວມມືຮັບປະກັນສະຫນອງວັກຊິນຢ່າງພຽງພໍ ມຸ່ງໄປເຖິງການເປັນເຈົ້າຕົນເອງກ່ຽວກັບດ້ານວັກຊິນ, ບັນດາປະເທດຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະສເກົາຫລີ ສືບຕໍ່ຫນູນຊ່ວຍຍົກສູງກຳລັງຄວາມສາມາດດ້ານການແພດປ້ອງກັນ ແລະສະຫນອງວັກຊິນໃຫ້ແກ່ບັນດາປະເທດ ອາຊຽນ.
ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ຖືວ່າ: 3 ປະເທດດັ່ງກ່າວ ຄວນສືບຕໍ່ຫນູນຊ່ວຍບຳລຸງສ້າງໃຫ້ພະນັກງານປະຕິບັດກົດໝາຍໃນຂົງເຂດອາດຊະຍາກຳ, ອາດຊະຍາກອນຢາເສບຕິດ, ການຄ້າມະນຸດ … ໃຫ້ແກ່ບັນດາປະເທດອາຊຽນ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top