15/11/2021 10:42 GMT+7 Email Print Like 0

ອາຊຽນ ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຍ້ອນການປ່ຽນແປງຂອງດິນຟ້າອາກາດ

ມີປະຊາຊົນກວ່າ 600 ລ້ານຄົນຢູ່ພາກພື້ນພວມຢືນຢູ່ຕໍ່ໜ້າສະພາບອາກາດທີ່ຮ້ອນກວ່່າ, ສະພາບຝົນຕົກແກ່ຍາວກວ່າ ແລະ ໄພແຫ້ງແລ້ງເພີ່ມຂຶ້ນ, ຍ້ອນອຸນຫະພູມທົ່ວໂລກໃນໄລຍະ 20 ປີຈະມາເຖິງ ໄດ້ຄາດຄະເນວ່າ ຈະເພີ່ມຂຶ້ນ 1,5 ອົງສາ C.
ໄພແຫ້ງແລ້ງເພີ່ມຂຶ້ນຍ້ອນອຸນຫະພູມທົ່ວໂລກໃນໄລຍະ 20 ປີຈະມາເຖິງ ໄດ້ຄາດຄະເນວ່າ ຈະເພີ່ມຂຶ້ນ 1,5 ອົງສາ C. (ພາບປະກອບ: AFP/TTXVN)

ບົດລາຍງານໜຶ່ງຂອງມະຫາເຕັກໂນໂລຊີ Nanyang (NTU, ສິງກະໂປ) ແລະ ມະຫາວິທະຍາໄລ Glasgow (ອັງກິດ) ປະກາດທີ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ໄດ້ດຳເນີນຢູ່ Glasgow, ໄດ້ຊີ້ແຈ້ງໄພນາບຂູ່ຕໍ່ເສດຖະກິດຍ້ອນການປ່ຽນແປງຂອງດິນຟ້າອາກາດຕໍ່ພາກພື້ນອາຊຽນ. ບົດລາຍງານເນັ້ນໜັກເຖິງບັນດາຜົນກະທົບຂອງປະກົດການດິນຟ້າອາກາດຮ້າຍແຮງຢູ່ພາກພື້ນນີ້.

ຕາມບົດລາຍງານ, ມີປະຊາຊົນກວ່າ 600 ລ້ານຄົນຢູ່ພາກພື້ນພວມຢືນຢູ່ຕໍ່ໜ້າສະພາບອາກາດທີ່ຮ້ອນກວ່່າ, ສະພາບຝົນຕົກແກ່ຍາວກວ່າ ແລະ ໄພແຫ້ງແລ້ງເພີ່ມຂຶ້ນ, ຍ້ອນອຸນຫະພູມທົ່ວໂລກໃນໄລຍະ 20 ປີຈະມາເຖິງ ໄດ້ຄາດຄະເນວ່າ ຈະເພີ່ມຂຶ້ນ 1,5 ອົງສາ C ເມື່ອທຽບໃສ່ໄລຍະກ່ອນອຸດສາຫະກຳ. ລະດັບນຳທະເລສູງຂຶ້ນກໍ່ສົ່ງຜົນສະທ້ອນເຖິງປະຊາຊົນ ອາຊຽນ ຍ້ອນພາກພື້ນນີ້ມີຫຼາຍຄົນດຳລົງຊີວິດຢູ່ເຂດແຄມທະເລ.

ບົດລາຍງານໃຫ້ຂໍ້ສັງເກດວ່າ ຮອດປີ 2050, ລະດັບເຕີບໂຕ GDP ຂອງ ອາຊຽນ ອາດຈະຫຼຸດລົງກວ່າ 35% ຍ້ອນສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ບັນດາຂະແໜງອຸດສາຫະກຳຫຼັກແຫຼ່ງຄື: ກະສິກຳ, ການທ່ອງທ່ຽວ, ການປະມົງ, ພ້ອມທັງສົ່ງຜົນກະທົບຢ່າງຮ້າຍແຮງເຖິງສຸຂະພາບຂອງມະນຸດ ແລະ ສະມັດຕະພາບແຮງງານ. ຍ້ອນເຫດນັ້ນ, ລັດຖະບານຫຼາຍປະເທດໄດ້ປະຕິບັດນະໂຍບາຍໃຫຍ່, ເພີ່ມທະວີຄວາມທົນທານຕໍ່ໄພທຳມະຊາດ ແລະ ສຸມໃສ່ການກະກຽມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທັດສະນະຂອງບົດລາຍງານຖືວ່າ ບັນດານະໂຍບາຍຫຼຸດຜ່ອນຄວາມສ່ຽງຍ້ອນການປ່ຽນແປງຂອງດິນຟ້າອາກາດ ຄວນສຸມໃສ່ບັນດາຈຸດອ່ອນຂອງຮາກຖານພື້ນຖານໂຄງລ່າງ, ລະບົບຊີວະພາບ ແລະ ກຸ່ມສັງຄົມໃນທົ່ວອາຊຽນ.

ໂດຍແມ່ນຜູ້ຮ່ວມສ້າງໂຄງການ, ທ່ານສາດສະດາຈານ Fabrice Renaud, ສັງກັດໂຮງຮຽນຄົ້ນຄວ້າລະຫວ່າງຂະແໜງຂອງມະຫາວິທະຍາໄລ Glasgow ໃຫ້ຮູ້ວ່າ: “ບັນດາປະເທດ ອາຊຽນ ມີຄວາມສ່ຽງກ່ຽວກັບໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດບໍ່ສະເໝີກັນ ຍ້ອນມີຈຸດສະເພາະ, ຄວາມອາດສາມາດຖືກຜົນກະທົບ ແລະ ຄວາມເສຍຫາຍທີ່ແຕກຕ່າງກັນ… ເລື່ອງກຳນົດຈຸດພິເສດຂອງບັນດາຄວາມສ່ຽງຈາກບັນດາໄພທຳມະຊາດຢູ່ຂັ້ນທ້ອງຖິ່ນຈະແມ່ນປັດໄຈບັງຄັບເພື່ອຍົກອອກມາດຕະການຮັບມືຢ່່າງເໝາະສົມ, ຫຼຸດຜ່ອນຄວາມສ່ຽງແບບຍືນຍົງ”.

ໃນຂະນະທີ່ເນັ້ນໜັກເຖິງເງື່ອນໄຂທີ່ນັບມື້ນັບຫຍຸ້ງຍາກສຳລັບຄົນທຸກຍາກນັ້ນ, ບົດລາຍງານກໍ່ໃສ່ໃຈວ່າ ຖ້າບໍ່ໄດ້ປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນໄລຍະ 30 ປີຜ່ານມາ ເພື່ອແນໃສ່ຫຼຸດຜ່ອນຄວາມທຸກຍາກ, ຊຸກຍູ້ການພັດທະນາຂອງມະນຸດໃນທົ່ວພາກພື້ນ ແລະ ຄ້ຳປະກັນດ້ານສະບຽງອາຫານ ອາດຈະຖືກທຳລາຍ. ທຸກມາດຕະການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດຕ້ອງໄດ້ພິຈາລະນາຢ່າງມີລະບົບ ແລະ ສະເໝີພາບເພື່ອຮັບປະກັນວ່າ ບັນດາມາດຕະການແກ້ໄຂດີທີ່ສຸດໃນໄລຍະຍາວຈະໄດ້ຄັດເລືອກ. ບັນດາມາດຕະການອີງໃສ່ທຳມະຊາດຄື ສ້າງຄືນໃໝ່ ແລະ ການປົກປັກຮັກສາປ່າຊາຍເລນ ຫຼື ລະບົບປະກາລັງ ຈະຊ່ວຍປົກປ້ອງ, ຄຸ້ມຄອງ ແລະ ຟື້ນຟູລະບົບຊີວະພາບທຳມະຊາດ ຫຼື ຖືກປ່ຽນແປງແບບຍືນຍົງ.

ມາຮອດປະຈຸບັນ, ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ມີຄວາມກ້າວໜ້າຫຼາຍຢ່າງໃນການຮັບມືກັບຫຼາຍສະພາບທີ່ຮ້າຍແຮງຂອງດິນຟ້າອາກາດຢູ່ທ້ອງຖິ່ນ. ເຖິງຢ່າງໃດກໍ່ຕາມ, ຄວາມມານະພະຍາຍາມນີ້ຄວນໄດ້ຮັບການຍູ້ແຮງກວ່າ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດຢູ່ ອາຊຽນ.

(ແຫຼ່ງຄັດຈາກ VOV)