• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນໃຫ້ຄຳໝັ້ນສັນຍາຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນໄລຍະເກີດໂລກລະບາດ Covid – 19

      ວັນທີ 17 ເມສາຖະແຫຼງການຮ່ວມໄດ້ຍົກອອກຢູ່ກອງປະຊຸມລັດຖະມົນຕີກະສິກຳ, ປ່າໄມ້ ອາຊຽນ (AMAF) ເຊິ່ງມີຈຸດເລີ່ມຕົ້ນມາຈາກບັນດາຄວາມວິຕົກກັງວົນອັນເລິກເຊິ່ງກ່ຽວກັບຜົນກະທົບທີ່ຊ້ອນແຝງຂອງ ໂລກລະບາດ Covid – 19 ສຳລັບການຮ່ວມມືຂອງບັນດາປະເທດ ອາຊຽນ ໃນບັນດາຂົງເຂດຄື ສະບຽງອາຫານ, ກະສິກຳ, ປ່າໄມ້ ແລະ ການຢຸດສະງັກຂອງລະບົບສະໜອງສະບຽງອາຫານຢູ່ພາກພື້ນນີ້. 

(ພາບປະກອບ:TTXVN)
      ທ່ານ Dato Ali Apong ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ການທ່ອງທ່ຽວ ບຣູໄນ ປະທານ AMAF ຢັ້ງຢືນວ່າ ອາຊຽນຈະສືບຕໍ່ຮ່ວມມືເພື່ອແນໃສ່ຮັບປະກັນການສະໜອງສະບຽງອາຫານຢ່າງຄົບຖ້ວນ, ມີຄຸນນະພາບ, ປອດໄພ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໃນພາກພື້ນ ແລະ ພາຍຫຼັງເກີດໂລກລະບາດ Covid - 19. AMAF ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນຜັນຂະຫຍາຍການປະຕິບັດບັນດາມາດຕະການ, ໂຄງການ ແລະ ລາຍການທີ່ຈຳເປັນຢູ່ໃນລະດັບຊາດ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານສະບຽງອາຫານໃນຕໍ່ໜ້າໃຫ້ແກ່ປະຊາຊົນ, ພິເສດແມ່ນກຸ່ມຄົນທີ່ມີຄວາມສ່ຽງສູງກ່ວາໝູ່ໃນສັງຄົມ.
            ຄຽງຄູ່ກັນນັ້ນ AMAF ກໍ່ເນັ້ນໜັກເຖິງຄວາມຈຳເປັນໃນການຊຸກຍູ້ບັນດາໂຄງການໜູນຊ່ວຍສັງຄົມໃຫ້ແກ່ຊາວກະສິກອນທີ່ຜະລິດດ້ວຍຂອບຂະໜາດນ້ອຍ, ບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງເພື່ອແນໃສ່ເພີ່ມທະວີປະລິມານສະບຽງອາຫານ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top