
ບັນດາສະມາຊິກເຂົ້າຮ່ວມກອງປະຊຸມ
(ພາບ: vietnamplus.vn)
ຕອນບ່າຍວັນທີ 27/02, ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳອີຕາລີ, ຄະນະກຳມະການອາຊຽນ ຢູ່ ໂຣມ (ACR) ໄດ້ຈັດກອງປະຊຸມປະຈຳປີ ດ້ວຍເນື້ອໃນ “ເພີ່ມທະວີການຮ່ວມສຳພັນພາຍໃນກຸ່ມ, ຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມື”. ທ່ານປະທານ ACR - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳອີຕາລີ ກາວຈິ໋ງທ້ຽນ ໄດ້ເປັນປະທານກອງປະຊຸມ. ກອງປະຊຸມໄດ້ຮັບຮອງເອົາບັນດາໂຄງການ, ແຜນການເຄື່ອນໄຫວຈຸດສຸມໃນໄລຍະທີ່ຫວຽດນາມ ເປັນປະທານ ACR, ກໍຄືບັນດາການເຄື່ອນໄຫວອື່ນໆ ເພື່ອແນໃສ່ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ ບັນດາການເຄື່ອນໄຫວແຂ່ງຂັນກິລາ, ແລກປ່ຽນວັດທະນະທຳລະຫວ່າງບັນດາສະຖານທູດອາຊຽນ ປະຈຳອີຕາລີ ກັບບັນດາຄູ່ຮ່ວມມືຂອງອີຕາລີ…(ພາບ: vietnamplus.vn)
ເຂົ້າຮ່ວມກອງປະຊຸມນີ້, ທ່ານ Pier Ferdinando Casini, ປະທານກຳມາທິການການຕ່າງປະເທດສະພາສູງອີຕາລີ ຢືນຢັນວ່າ, ອີຕາລີ ປາດຖະໜາຢາກພັດທະນາການພົວພັນກັບອາຊຽນ ກວ່າອີກ, ສະໜັບສະໜູນອາຊຽນ ສ້າງປະຊາຄົມອາຊຽນສຳເລັດຜົນ, ກໍຄືບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ.
(ແຫຼ່ງຄັດຈາກ VOV)