• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນເປີດສະຫຼອງສູນຄົ້ນຄວ້າພັດທະນາແບບຍືນຍົງຢູ່ໄທ

      ສູນເຈລະຈາ ແລະ ຄົ້ນຄວ້າພັດທະນາແບບຍືນຍົງອາຊຽນ (ACSDS) ຈະເປີດສະຫຼອງຢ່າງເປັນທາງການທີ່ພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ຢູ່ໄທ ໃນວັນທີ 03 ພະຈິກ, ຈະມາເຖິງ.
ເລື່ອງສ້າງຕັ້ງສູນ ACSDS ແມ່ນໜຶ່ງໃນບັນດາຫົວຂໍ້ບຸລິມະສິດລະອຽດຂອງໄທ ໃນປີປະທານອາຊຽນ 2019, ເຊິ່ງໄທ ຖືວ່າແມ່ນສ່ວນໜຶ່ງຂອງແຜນການລົງທຶນໃຫ້ແກ່ອະນາຄົດແບບຍືນຍົງຂອງອາຊຽນ. ACSDS ຈະສວມບົດບາດສຳຄັນໃນການຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງຢູ່ພາກພື້ນ ຜ່ານການປະຕິບັດບັນດາການຄົ້ນຄວ້າ, ສ້າງກຳລັງຄວາມສາມາດຂອງບັນດາປະເທດສະມາຊິກອາຊຽນ ແລະ ຊຸກຍູ້ການເຈລະຈາ ກໍຄືການຮ່ວມມືລະອຽດໃນອາຊຽນ ແລະ ກັບບັນດາຄູ່ຮ່ວມມືຕ່າງໆ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top