• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ AIPA-38: ຄວາມມານະພະຍາຍາມມຸ່ງໄປເຖິງປະຊາຄົມ ອາຊຽນ ຢ່າງແທ້ຈິງ

      ຕອນບ່າຍວັນທີ 19 ກັນຍາ, ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 38 (AIPA-38) ຖືກອັດລົງຢູ່ນະຄອນຫລວງ ມານີລາ ປະເທດ ຟີລິບປິນ. 

ພິທີອັດ ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 38 (ພາບ: ຫວຽດນາມ+)
            ກອງປະຊຸມສະມັດຊາໄດ້ຮັບຮອງເອົາມະຕິ 21 ສະບັບກ່ຽວກັບບັນດາບັນຫາ ຊຶ່ງໃນປະຈຸບັນແມ່ນຄວາມສົມໃຈລວມ ແລະ ມີຄວາມໝາຍສຳຄັນສຳລັບປະຊາຄົມ ອາຊຽນ. ທ່ານປະທານ AIPA-38, ປະທານສະພາຕ່ຳ ຟີລິບປີນ Pantaleon D.Alvarez ຖືວ່າ: ເພື່ອກາຍເປັນປະຊາຄົມຢ່າງແທ້ຈິງ, ສະພາແຫ່ງຊາດບັນດາປະເທດຄວນຍູ້ແຮງການປະຕິບັດບັນດາມະຕິຂອງ AIPA ໂດຍຜ່ານການຫັນບັນດາມະຕິຂອງກອງປະຊຸມສະມັດຊາເປັນກົດໝາຍ. AIPA ກໍຄວນຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານບັນດາປະເທດ ອາຊຽນ ເພື່ອຜ່ານຜ່າບັນດາສິ່ງທ້າທາຍໃໝ່ ໃນເປົ້າໝາຍມຸ່ງໄປເຖິງວິໄສທັດ ອາຊຽນ ໃນປີ 2025. ທີ່ພິທີ, ທ່ານປະທານາທິບໍດີ ຟີລິບປີນ Duterte ມີບົດກ່າວປາໄສອວຍພອນຜົນສຳເລັດຂອງກອງປະຊຸມ.
 (ແຫຼ່ງຄັດຈາກ VOV)
 
 

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top