• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານມະຫາກຳກິລາລະດູໜາວ - Olympic PyeongChang 2018

ພາຍຫລັງການແຂ່ງຂັນກິລາເປັນເວລາກ່ວາ 2 ອາທິດ, ງານມະຫາກຳກິລາລະດູໜາວຄັ້ງທີ 23 – Olympic PyeongChang 2018 ໄດ້ອັດລົງໃນຕອນຄ່ຳວັນທີ 25 ກຸມພາ.

ອັດງານມະຫາກຳກິລາລະດູໜາວ - Olympic PyeongChang 2018 (ພາບ: VTC) 

Olympic PyeongChang 2018 ແມ່ນ Olympic ຄັ້ງພິເສດສຳລັບ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. ຄະນະກຳມະການ Olympic  ສາກົນ (IOC) ອະນຸຍາດໃຫ້ ສປປ.ເກົາຫຼີ ເຂົ້າຮ່ວມການແຂ່ງຂັນ 3 ປະເພດ ກິລາດ້ວຍ 5 ເນື້ອໃນລາຍການ ລວມມີ ກິລາສະເກັດນ້ຳແຂງກິລາຄູ່ຊາຍ-ຍິງ, ສະເກັດນ້ຳແຂງ ແລະ Hockey ຍິງ. ນອກຈາກ “ຂີດໝາຍແຫ່ງສັນຕິພາບ” ໃນແຫຼມ ເກົາຫຼີ ແລ້ວ, Olympic PyeongChang 2018 ຍັງແມ່ນງານມະຫາກຳກິລາລະດູໜາວຄັ້ງທຳອິດໃນປະຫວັດສາດທີ່ມີການມອບຫຼຽນຄຳ 100 ກ່ວາຫຼຽນ.

        3 ປະເທດນຳໜ້າໃນຕາຕະລາງຈັດອັນດັບຫຼຽນ ນັ້ນແມ່ນ ນອກແວ ຄວ້າໄດ້ ຫຼຽນຄຳ 14 ຫຼຽນ, ຫຼຽນເງິນ 14 ຫຼຽນ ແລະ ຫຼຽນທອງ 11 ຫຼຽນ; ເຢຍລະມັນ ຄວ້າໄດ້ ຫຼຽນຄຳ 14 ຫຼຽນ, ຫຼຽນເງິນ 10 ຫຼຽນ ແລະ ຫຼຽນທອງ 7 ຫຼຽນ; ການາດາ ຄວ້າໄດ້ ຫຼຽນຄຳ 11 ຫຼຽນ, ຖັດ ມາແມ່ນບັນດາປະເທດ ອາເມລິກາ, ໂຮນລັງ, ຊູແອັດ, ສ່ວນເຈົ້າພາບ ສ.ເກົາຫຼີ ແມ່ນຢືນຢູ່ອັນດັບທີ 7.

(ແຫຼ່ງຄັດຈາກ VOV)


ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top