• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດຄ້າຍພັກແລ້ງເຍົາວະຊົນອະນຸຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ປີ 2018

ຕອນເຊົ້າວັນທີ 04 ສິງຫາ, ທີ່ນະຄອນ ໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີອັດຄ້າຍພັກແລ້ງເຍົາວະຊົນອະນຸຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ຄັ້ງທີ 5 ປີ 2018 ດ້ວຍຫົວຂໍ້ວ່າ: “ອ້ອມແຂນເພື່ອນມິດ”.

ພິທີໄຂຄ້າຍພັກແລ້ງເຍົາວະຊົນອະນຸຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ປີ 2018 (ພາບ: TTXVN)

ໃນລະຫວ່າງວັນທີ 31 ກໍລະກົດ ຫາວັນທີ 04 ສິງຫາ, ເຍົາວະຊົນອະນຸຊົນ 205 ຄົນ ແລະ ພະນັກງານຮັບຜິດຊອບ 41 ຄົນເປັນແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂະບວນການເຍົາວະຊົນອະນຸຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ໄດ້ເຂົ້າຮ່ວມການເຄື່ອນໄຫວຟົດຟື້ນຫລາຍຢ່າງ, ໄປທັດສະນະສຶກສາບັນດາສະຖານທີ່ພົ້ນເດັ່ນຢູ່ນະຄອນໂຮ່ຈີມິນ ຄື: ຫໍພິພິທະພັນ ໂຮ່ຈີມິນ ສາຂາ ນະຄອນ ໂຮ່ຈີມິນ, ເຂດປູຊະນີຍະສາຖານປະຫວັດສາດອຸໂມງ ກູຈີ…

        ຄ້າຍພັກແລ້ງປີນີ້ ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບສາກົນ, ສ້າງການລະຫຼິ້ນພົບປະແລກປ່ຽນ, ຮ່ຳຮຽນເຊິ່ງກັນ ແລະ ກັນໃຫ້ແກ່ເຍົາວະຊົນອະນຸຊົນ ຂອງ 3 ປະເທດ ແລະ ເຊື່ອໝັ້ນວ່າ ພາຍຫລັງເຂົ້າຮ່ວມບັນດາການເຄື່ອນໄຫວເປັນເວລາ 5 ວັນ, ພວກນ້ອງນ້ອຍຈະບັນທຶກໄດ້ຄວາມປະທັບໃຈອັນດີງາມຫລາຍຢ່າງກ່ຽວກັບເພື່ອນມິດ ແລະ ປະເທດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top