
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: baophapluat.vn)
ບັນດານັກບັນລະຍາຍ ເອີຣົບ ຢັ້ງຢືນວ່າ ເລື່ອງ ອີຢູ ເອົາໃຈໃສ່ ແລະ ມີໜ້າຫຼາຍກວ່າຢູ່ ອາຊີ ເວົ້າລວມ ແລະ ທະເລຕາເວັນອອກເວົ້າສະເພາະໃນໄລຍະມໍ່ໆມານີ້ ຜ່ານການເພີ່ມທະວີການຮ່ວມມືໃນດ້ານຄວາມໝັ້ນຄົງກັບ ອາຊຽນ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເພາະວ່າຢາກປົກປ້ອງລະບົບກົດໝາຍສາກົນ, ການຄ້າເສລີ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍອີງໃສ່ລະບຽບກົດໝາຍຂອງພາກພື້ນ.
ບັນດານັກຮຽນຮູ້ຖືວ່າ ເບິ່ງລວມແລ້ວບັນດາປະເທດ ອາຊຽນ ລ້ວນແຕ່ມີປະຕິກິລິຍາໂດຍລະງັບໃຈເພື່ອບໍ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ ແລະ ຢູ່ນອກເໜືອລະດັບຄວບຄຸມ, ພ້ອມທັງສຸມໃສ່ການຮັບມືກັບໂລກລະບາດໂຄວິດ - 19, ຮັກສາລະບົບສະໜອງ ແລະ ຟື້ນຟູເສດຖະກິດພາຍໃນປະເທດ. ອາຊຽນ ສືບຕໍ່ຊຸກຍູ້ລັດທິຫຼາຍຝ່າຍ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ແລະ ມານະພະບາຍາມຊຸກຍູ້ການຮ່ວມມືຢູ່ທະເລ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ UNCLOS 1982 ແມ່ນພື້ນຖານທາງນິຕິກຳໃຫ້ແກ່ບັນດາການເຄື່ອນໄຫວຢູ່ບັນດາເຂດທະເລ ແລະ ມະຫາສະໝຸດ. ນັກຮຽນຮູ້ຫຼາຍທ່ານຢັ້ງຢືນວ່າ, UNCLOS ມີຄຸນຄ່າກວມລວມ ແລະ ຮອບດ້ານ, ມີຂອບເຂດດັດປັບທຸກບັນຫາຢູ່ທະເລ.
(ແຫຼ່ງຄັດຈາກ VOV)