
ອັດກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ອາຊຽນ ຄັ້ງທີ 19 ຢູ່ ລາວ
ທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປຊະນີໂທລະຄົມມະນາຄົມ ໃຫ້ຮູ້ວ່າ: ດ້ວຍຫົວຂໍ້ “ສ້າງການເຊື່ອມຈອດທີ່ທັນສະໄໝ ເພື່ອການຫັນເປັນດີຈີຕອນຂອງ ອາຊຽນ” ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານບັນດາປະເທດ ອາຊຽນ ຄັ້ງທີ 19 ໄດ້ເຫັນດີເປັນເອກະພາບ ແລະ ຮັບຮອງເອົາບັນດາບັນຫາສຳຄັນຄື: ປ່ຽນຊື່ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານບັນດາປະເທດ ອາຊຽນ ມາເປັນກອງປະຊຸມລັດຖະມົນຕີດີຈີຕອນບັນດາປະເທດ ອາຊຽນ (ເອີ້ນຫຍໍ້ແມ່ນ ADGMIN) ແລະ ປ່ຽນຊື່ກອງປະຊຸມເຈົ້າໜ້າທີ່ອາວຸໂສຖະແຫຼງຂ່າວ ແລະ ສື່ສານບັນດາປະເທດ ອາຊຽນ ມາເປັນກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈີຕອນບັນດາປະເທດ ອາຊຽນ (ເອີ້ນຫຍໍ້ແມ່ນ ADGSSOM); ກອງປະຊຸມກໍ່ເຫັນດີເປັນເອກະພາບຮັບຮອງເອົາ ຂອບເຂດເອກະສານຂອງລັດຖະມົນຕີດີຈີຕອນ (TOR of ADGMIN); ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມື ເພື່ອຈັດຕັ້ງປະຕິບັດແຜນການສັງລວມປີ 2020 ໃຫ້ດີທີ່ສຸດ ແລະ ກະກຽມໃຫ້ແຜນການສັງລວມປີ 2025, ນຳ ອາຊຽນ ພັດທະນາຕາມທິດຍຸດທະສາດເສດຖະກິດສັງຄົມດີຈີຕອນ, ຮັບປະກັບຄວາມປອດໄພ, ຄວາມໝັ້ນຄົງຂອງປະຊາຄົມ ອາຊຽນ.
(ແຫຼ່ງຄັດຈາກ VOV)