• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະໄພຍະໂທດ ປີ 2021: ຂໍ້ຕົກລົງມະນຸດສະທຳພິເສດ ແລະ ເຕັມໄປດ້ວຍຄວາມໝາຍ

      ວັນທີ 30 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຊັນ ຂໍ້ຕົກລົງວ່າດ້ວຍການອະໄພຍະໂທດກ່ອນກຳນົດເວລາ ໃຫ້ນັກໂທດ 3035 ຄົນ. ຂໍ້ຕົກລົງສະບັບດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 01 ກັນຍາ 2021 ເປັນຕົ້ນໄປ. 
ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນ, ປະທານສະພາທີ່ປຶກສາອະໄພຍະໂທດ 2021 (ພາບ: TTXVN)
      ໃນບົດຂຽນກ່ຽວກັບບັນຫານີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິນ ໄດ້ຢັ້ງຢືນເຖິງແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ຫວຽດນາມ ແມ່ນປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢ່າງຍຸຕິທຳ, ສະເໝີພາບໃຫ້ແກ່ພົນລະເມືອງທຸກຄົນ, ນັບທັງຜູ້ພວມຖືກຈຳຄຸກ. ສິ່ງດັ່ງກ່າວໄດ້ຮັບການກຳນົດຢ່າງຈະແຈ້ງໃນລັດຖະທຳມະນຸນປີ 2013 ແລະ  ລະບົບເອກະສານນິຕິກຳຕ່າງໆ. ສະພາບການຕົວຈິງໄດ້ຊີ້ໃຫ້ເຫັນວ່າ ຂໍ້ກຳນົດຕ່າງໆຂອງກົດໝາຍ ໄດ້ຮັບປະກັນບັນດາສິດດັ່ງກ່າວຂອງປະຊາຊົນຢ່າງຄົບຖ້ວນ, ບໍ່ມີການຈຳແນກພົນລະເມືອງຕ່າງປະເທດ ຫຼື ພົນລະເມືອງ ຫວຽດນາມ. ບັນດາສິດທິດັ່ງກ່າວໄດ້ຮັບການຮັບປະກັນໃນຕົວຈິງຢູ່ສານ, ຄ້ານກັກຂັງແຫ່ງຕ່າງໆ ແມ່ນພະຍານຫຼັກຖານອັນແຫຼມຄົມທີ່ສຸດເພື່ອປະຕິເສດຖ້ອຍທຳນອງ, ຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງຂອງສ່ວນບຸກຄົນ ຫຼືອົງການຈັດຕັ້ງທີ່ມີເຈດຈຳນົງບໍ່ດີຫວັງເສກສັນປັ້ນແຕ່ງສະພາບການຮັບປະກັນສິດທິມະນຸດຢູ່ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ການພິຈາລະນາອະໄພຍະໂທດໃຫ້ແກ່ບັນດາກໍລະນີທີ່ຖືສັນຊາດຕ່າງປະເທດຖືກດຳເນີນບົນພື້ນຖານຍຸຕິທຳ, ໂປ່ງໃສນັ້ນ ກໍຊ່ວຍໃຫ້ປະຊາຄົມສາກົນມີຄວາມຮັບຮູ້ຢ່າງຈະແຈ້ງກວ່າກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ.
        ຕາມທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນ, ປະທານສະພາທີ່ປຶກສາອະໄພຍະໂທດ 2021 ແລ້ວ, ວຽກງານອະໄພຍະໂທດ ແມ່ນແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງພັກ ແລະ ລັດ ຫວຽດນາມ, ທັງມີຄວາມເຂັ້ມງວດໃນການພິພາກສາ ອາດຊະຍາກອນ, ພ້ອມດຽວກັນນັ້ນກໍມີຄວາມອະໄພໂທດ ແລະ ມະນຸດສະທຳສຳລັບຜູ້ຄົນທີ່ມີໄລຍະການດັດສ້າງ, ອອກແຮງງານ, ຮ່ຳຮຽນທີ່ດີ ໄດ້ເຊື່ອມຕົວເຂົ້າກັບສັງຄົມ ແລະ ສືບຕໍ່ຝຶກຝົນຫຼໍ່ຫຼອມໃຫ້ກ້າວໜ້າ ເພື່ອກາຍເປັນຜູ້ມີປະໂຫຍດຕໍ່ສັງຄົມ.
(ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ ກາຊາ ຢູ່ ອີຢິບ: ສິ່ງທົດສອບໃຫ້ແກ່ສັນຕິພາບເຂດຕາເວັນອອກກາງ

ກອງປະຊຸມສຸດຍອດ ກາຊາ ຢູ່ ອີຢິບ: ສິ່ງທົດສອບໃຫ້ແກ່ສັນຕິພາບເຂດຕາເວັນອອກກາງ

ການອຸປະຖຳມະນຸດສະທຳໄດ້ເລີ່ມສົ່ງເຂົ້າເຂດນີ້ແລ້ວ, ລວມມີ “ລົດຂົນສົ່ງນັບຮ້ອຍຄັນໄດ້ຂົນສົ່ງອາຫານ, ເຄື່ອງອຸປະກອນການແພດ ແລະ ບັນດາເຄື່ອງຂອງທີ່ຈຳເປັນ”.

Top