06/08/2019 09:45 GMT+7 Email Print Like 0

ອະນາຄົດຂອງສິລະປະພື້ນເມືອງ ຫວຽດນາມ

      ອະນາຄົດຂອງສິລະປະພື້ນເມືອງ ແມ່ນໂຄງການ ໂດຍກຸ່ມນັກສິລະປິນໜຸ່ມສ້າງຕັ້ງຂຶ້ນ ແລະ ບໍລິຫານດ້ວຍຄວາມຫວັງຢາກຮັກສາ ແລະ ພັດທະນາບັນດາຄຸນຄ່າຂອງສິລະປະພື້ນເມືອງ ຫວຽດນາມ. ງານວາງສະແດງ ຟື້ນຟູສິລະປະພື້ນເມືອງຖືກຈັດຂຶ້ນຢູ່ ຮ່າໂນ້ຍ ເມື່ອບໍ່ດົນມານີ້ ໄດ້ແນະນຳ 10 ຜະລິດຕະພັນສິລະປະ ໃນຫຼາຍປະເພດເຊັ່ນ ຈິດຕະກຳ, ກະລິບວີແດວ ຈັດວາງ, ດົນຕີທົດລອງ, ນາດຕະສິນແນໃສ່ເຊື່ອມຕໍ່ບັນດານັກສິລະປິນໜຸ່ມ ທີ່ເຮັດວຽກໃນຂົງເຂດສິລະປະ ເພື່ອພ້ອມກັນໄປຊອກຫາຄຳຕອບຕໍ່ຄຳຖາມທີ່ວ່າ  ສິລະປະມູນເຊື້ອຈະຢຸດສະງັກຫຼືບໍ່

ລາຍການສະແດງສິລະປະພື້ນເມືອງ
      ນັກປະພັນດົນຕີ ໂດ໊ຊວນເຊີນ ທີ່ປຶກສາທາງດ້ານວິຊາການຂອງໂຄງການອະນາຄົດຂອງສິລະປະພື້ນເມືອງ ໃຫ້ຮູ້ວ່າ: “ພວກເພື່ອນເຫຼົ່ານັ້ນແມ່ນບັນດານັກສິລະປິນທີ່ມີຄວາມສາມາດ, ພ້ອມທັງມີວິໄສທັດຕໍ່ສິລະປະພື້ນເມືອງ.  ແລະ ນັ້ນກໍ່ແມ່ນອະນາຄົດ, ສິລະປະພື້ນເມືອງແມ່ນສິ່ງທີ່ບໍ່ມີວັນ ຈະຖືກຢຸດສະງັກ. ສິລະປະພື້ນເມືອງ ໄດ້ມີມານັບພັນປີ ແລະ ໄດ້ເດີນຕາມວັນເວລາມາຮອດປັດຈຸບັນ ແລະ ໄດ້ມີຂະບວນວິວັດເຄື່ອນເໜັງຢ່າງຕໍ່ເນື່ອງ, ປ່ຽນແປງເພື່ອແທດເໝາະກັບຊີວິດຍຸກປັດຈຸບັນ. ຕາມທ່ານ ໂດ໊ຊວນເຊີນ ແລະ ປັດຈຸບັນເພື່ອນໜຸ່ມກໍ່ລ້ວນແຕ່ມີຄວາມມານະພະຍາຍາມ ເພື່ອໃຫ້ຄຳນິຍາມຄືນ ກ່ຽວກັບສິລະປະພື້ນເມືອງ ດ້ວຍບັນດາການເຄື່ອນໄຫວລະອຽດ ແລະ ໄດ້ນຳມາເຊິ່ງບັນດາສິ່ງທີ່ໃໝ່ອ່ຽມ ໂດຍຜ່ານການເຄື່ອນໄຫວເຫຼົ່ານີ້. ດ້ານອື່ນ, ທ່ານນາງ ໂງທູເຮືອງ ເຊິ່ງແມ່ນນັກສິລະປິນໜຸ່ມ, ລາວໄດ້ເດີນຕາມຂົງເຂດຈິດຕະກຳມາເປັນເວລາ 6 ປີ ແລະ ເຄີຍເຂົ້າຮ່ວມໃນບັນດາງານວາງສະແດງທັງຢູ່ພາຍໃນ ແລະ ຕ່າງປະເທດ. ໃນບົດປະພັນ “ບັນດາການສົນທະນາ” ທີ່ເຂົ້າຮ່ວມໃນງານວາງສະແດງ “ຟື້ນຟູສິລະປະພື້ນເມືອງ” ນັ້ນ, ນາງໄດ້ນຳໃຊ້ວັດຖຸພື້ນເມືອງນັ້ນແມ່ນແພໄໝ ດ້ວຍບັນດາຄຳໂອ້ລົມສົນທະນາທີ່ນອນໃນບັນດາບົດປະພັນໃນສະໄໝສົງຄາມ, ປະສານສົມທົບກັບການຄັດສະເໜີບາງຕອນ ໃນບົດລະຄອນແຈ່ວພື້ນເມືອງຄື: ກວນເອິມທິກິ໊ງ. ນາງໄດ້ປະສົບຜົນສຳເລັດຢ່າງຈົບງາມທີ່ສຸດ, ຈາກການສ້າງສະພາບແວດລ້ອມ ລະຫວ່າງສິລະປະພື້ນເມືອງ ແລະ ທັນສະໄໝຕະຫຼອດຮອດບັນດາບົດປະພັນ ທີ່ໄດ້ຕັ້ງຄຳຖາມກ່ຽວກັບຄວາມສຸກຜ່ານການສັງເກດຂອງແມ່ຍິງໃນແຕ່ລະສະໄໝ. ນາງ ເຮືອງ ເວົ້າວ່າ:
     “ການສັງເກດຂອງເຮົາກ່ຽວກັບແມ່ຍິງພື້ນເມືອງ ກໍ່ມີການປ່ຽນແປງຫຼາຍພໍສົມຄວນ. ກ່ອນໜ້ານັ້ນເຮົາກໍ່ໄດ້ສັງເກດວ່າ ພື້ນເມືອງ ຄືດັ່ງສິ່ງທີ່ຖືກຄັບແຄບ, ຄົງທີ່, ແຕ່ເຮົາຮູ້ສຶກວ່າຕົນເອງອາດຈະເຄື່ອນໄຫວໃນຂົງເຂດພື້ນເມືອງ, ພ້ອມທັງດັດແປງມັນ ໃຫ້ກາຍເປັນສິ່ງໃດສິ່ງໜຶ່ງ ແຕ່ໃນນັ້ນກໍ່ມີລັກສະນະສ່ວນຕົວຂອງເຮົາ, ປະສົມປະສານກັບບັນດາລັກສະນະພື້ນເມືອງກ່ອນນັ້ນ”.
     ໂດຍນຳໃຊ້ບັນດາທຳນອງເພງ ກາຍເລືອງ ພື້ນເມືອງ ແລະ ເຕັກນິກຂອງຝ່າຍນິຍົມຄວາມລຽບງ່າຍ, ນັກສິລະປິນ ຕ໊ວນນິ, ພວມຮຽນຂະແໜງປະພັນດົນຕີ, ລາວໄດ້ສ້າງຜະລິດຕະພັນຂັບກາຍເລືອງທັນສະໄໝ ດ້ວຍຄວາມຫວັງຢາກຄາດຄະເນ ອະນາຄົດຂອງຂັບກາຍເລືອງ. ຕ໊ວນນິ ຢືນຢັນວ່າ:
    “ຂ້າພະເຈົ້າຢາກສ້າງໃຫ້ມີສິລະປະຂັບກາຍເລືອງຍຸກປັດຈຸບັນ, ຂັບກາຍເລືອງໃໝ່. ເຮົາໄດ້ປະສານສົມທົບບັນດາສິ່ງຂອງລັດທິທັນສະໄໝ ແລະ ບັນດາເຕັກນິກຂອງຂັບກາຍເລືອງພື້ນເມືອງ, ດ້ວຍຄວາມຫວັງ ຄາດຄະເນກ່ຽວກັບອະນາຄົດຂອງຂັບກາຍເລືອງ ແມ່ນຄືແນວໃດ”.
     ໂດຍແມ່ນຜູ້ຮັບຜິດຊອບໂຄງການອະນາຄົດຂອງສິລະປະພື້ນເມືອງ ແລະ ກໍ່ແມ່ນຜູ້ທີ່ມີຄວາມເມົາມົວກັບການພັດທະນາສິລະປະ, ນາງ ຮ່າຖຸຍຮັ່ງ ຖືວ່າ ມີພຽງແຕ່ບັນດາຜູ້ທີ່ມີຄວາມຮັກສິລະປະພື້ນເມືອງຢ່າງເລິກເຊິ່ງ ຈຶ່ງສາມາດພັດທະນາ ແລະ ປະພັນບັນດາບົດປະພັນໄດ້ ບົນພື້ນຖານສິລະປະພື້ນເມືອງ ແລະ ຍົກລະດັບສິລະພື້ນເມືອງ ໃຫ້ຂຶ້ນສູ່ລະດັບສູງໃໝ່. ນາງກ່າວວ່າ:
    “ຂ້າພະເຈົ້າຢາກເສີມຂະຫຍາຍ, ຍົກລະດັບ ແລະ ຂະຫຍາຍບັນດາຄຸນຄ່າຂອງສິລະປະພື້ນເມືອງ. ມີແຕ່ເຮົາສາມາດກຳແໜ້ນໄດ້ສິລະປະພື້ນເມືອງ, ກົກເຄົ້າຂອງມັນແມ່ນຫຍັງ, ຫຼືວ່າວັດທະນະທຳທ້ອງຖິ່ນ ມັນແມ່ນຫຍັງ, ຫຼືລັກສະນະຂອງມັນແມ່ນຄືແນວໃດນັ້ນ, ເຮົາຈຶ່ງສາມາດພັດທະນາ ແລະ ປະດິດຄິດສ້າງໄດ້”.
    ສິລະປະພື້ນເມືອງຂອງ ຫວຽດນາມ ພວມມີພະລັງຊີວິດໃໝ່ ກໍ່ຍ້ອນມີບັນດານັກສິລະປະໜຸ່ມຍັງພວມມານະພະຍາຍາມ ເພື່ອຂະຫຍາຍ ແລະ ປະດິດຄິດສ້າງບັນດາປະເພດສິລະປະ ປະສົມປະສານລະຫວ່າງລັກສະນະພື້ນເມືອງ ແລະ ທັນສະໄໝ. ສິ່ງນີ້ກໍ່ໄດ້ສະແດງໃຫ້ເຫັນສິລະປະພື້ນເມືອງ ກໍ່ບໍ່ຢຸດສະງັກແຕ່ຢ່າງໃດ, ມັນຍາມໃດກໍ່ເຄື່ອນເໜັງ ແລະ ຂະຫຍາຍຕາມການພັດທະນາຂອງມະນຸດ ແລະ ຊີວິດຍຸກປັດຈຸບັນ.
 (ແຫຼ່ງຄັດຈາກ VOV)