• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ ຍີ່​ປຸ່ນ​ຢ່າງ​ແໜ້ນ​ແຟ້ນ

ເນື່ອງໃນໂອກາດ ສະພາແຫ່ງຊາດ ຍີ່ປຸ່ນ ເລືອກຕັ້ງທ່ານ Kishida Fumio ເປັນນາຍົກລັດຖະມົນຕີ ຄົນທີ 100 ຂອງຍີ່ປຸ່ນ, ວັນທີ 4 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ.
ທ່ານ Kishida Fumio ນາຍົກລັດຖະມົນຕີ ຄົນໃໝ່ ຂອງຍີ່ປຸ່ນ (ພາບ: Reuters)

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍ່ໄດ້ສົ່ງຈົດໝາຍອວຍພອນທ່ານ Motegi Toshimitsu ເຊິ່ງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ.

ແລະກໍ່ໃນວັນດຽວກັນ, ທ່ານນາງ ເລທິທຸຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ຂໍສະແດງຄຳອວຍພອນທ່ານ Kishida Fumio ເມື່ອທ່ານໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ຄົນທີ 100 ຂອງ ຍີ່ປຸ່ນ. ຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ Kishida Fumio, ປະເທດຍີ່ປຸ່ນ ຈະສືບຕໍ່ພັດທະນາ, ວັດທະນາຖາວອນ, ປະຊາຊົນ ນັບມື້ນັບມີຄວາມຜາສຸກ. ຫວຽດນາມ ຖືການພົວພັນຮ່ວມມືມິດຕະພາບກັບ ຍີ່ປຸ່ນ ເປັນສຳຄັນ ແລະ ມີຄວາມປາດຖະໜາຢາກ ຮ່ວມມືກັບທ່ານ ນາຍົກລັດຖະມົນຕີ Kishida Fumio ແລະ ລັດຖະບານຊຸດໃໝ່ຂອງ ຍີ່ປຸ່ນ ຢ່າງແໜ້ນແຟ້ນ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຂອງ ພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top