• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ້ອງວ່າການສະພາແຫ່ງຊາດສືບຕໍ່ປັດປຸງ, ປ່ຽນແປງໃໝ່, ຍົກສູງຄຸນນະພາບໃນວຽກງານເປັນເສນາທິການ, ຮັບໃຊ້ການເຄື່ອນໄຫວຂອງສະພາແຫ່ງຊາດ

      ຕອນເຊົ້າວັນທີ 5 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມພະນັກງານ, ລັດຖະກອນ ແລະ ສະຫຼຸບວຽກງານໃນປີ 2020, ຜັນຂະຫຍາຍໜ້າທີ່ ປີ 2021.

ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ
      ກ່າວຄຳເຫັນນະທີ່ນີ້, ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ: ໃນປີຜ່ານມາ, ຫ້ອງວ່າການສະພາແຫ່ງຊາດໄດ້ມີຄວາມກ້າວໜ້າຢ່າງກະໂດດຂັ້ນໃນການປະຕິບັດໜ້າທີ່, ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບຕໍ່ວຽກງານ ແລະ ເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນ, ປະດິດຄິດສ້າງໃນລະດັບສູງສຸດເພື່ອຄົ້ນຄ້ວາ, ນຳສະເໜີ, ເປັນເສນາທິການກ່ຽວກັບຫຼາຍເນື້ອໃນທີ່ສຳຄັນ.  ທ່ານນາງ ຫງວຽນທິກິມເງິນໃຫ້ຮູ້ວ່າ:
            ສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວໂຄສະນາໃຫ້ເປັນຢ່າງດີ ເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ ມີຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບວັນ ເລືອກຕັ້ງທົ່ວປະເທດຄັ້ງທຳອິດຂອງສະພາແຫ່ງຊາດ, ເຊີດຊູ ແລະ ຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ການປະກອບສ່ວນອັນໃຫຍ່ຫຼວງຂອງສະພາແຫ່ງຊາດ ຫວຽດນາມ ຕໍ່ພາລະກິດປະຕິວັດຂອງປະເທດຊາດ. ສົມທົບກັນເປັນເສນາທິການ, ຮັບໃຊ້ສະພາເລືອກຕັ້ງແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ເພື່ອກະກຽມຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ໃຫ້ສຳເລັດຜົນ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top