• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍວິສາຫະກິດ ຫວຽດນາມ ໜູນຊ່ວຍ ແກ້ໄຂ ອຸບັດເຫດ ເຂື່ອນໄຟຟ້າແຕກຢູ່ ລາວ

      ໃນຊຸມມື້ຜ່ານມາ, ບັນດາວິສາຫະກິດ ຫວຽດນາມປະຈຳ ລາວ ໄດ້ມີ ການເຄື່ອນໄຫວຫຼາຍຢ່າງ ເພື່ອ ຊ່ວຍເຫຼືອ ປະຊາຊົນລາວ ຖືກຮັບຜົນສະທ້ອນ ຈາກອຸບັດເຫດເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແຕກສາມາດຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ຟື້ນຟູການຜະລິດ ແລະ ຊີວິດການເປັນຢູ່ ໃຫ້ເປັນປົກກະຕິໂດຍໄວ.

    
ປະຊາຊົນຢູ່ລາວ. ພາບ:  VNA
          ເປັນໜຶ່ງໃນບັນດາວິສາຫະກິດປະສົບຜົນສຳເລັດ ລະຫວ່າງ ຫວຽດນາມ ແລະ ລາວ, ຫຼັງຈາກອຸບັດເຫດເກີດຂຶ້ນບໍ່ດົນ, ບໍລິສັດ Unitel - ບໍລິສັດຮ່ວມທຸລະກິດ ລະຫວ່າງ ກຸ່ມບໍລິສັດ ອຸດສາຫະກຳ ໂທລະຄົມມະນາຄົມ ການທະຫານ ຫວຽດນາມ (Viettel) ແລະ ບໍລິສັດ ລາວ Asia Telecom ໄດ້ບໍລິຈາກຊ່ວຍເຫຼືອ ກ້ອນເງິນ 400 ລ້ານກີບ (ປະມານ ເກືອບ 50.000 ໂດລາສະຫະລັດ) ແນໃສ່ໜູນຊ່ວຍ ປະຊາຊົນ ຢູ່ບ້ານຕ່າງໆ ທີ່ຖືກຮັບຜົນສະທ້ອນ ຈາກອຸບັດເຫດ ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແຕກ. ຜູ້ອຳນວຍການໃຫຍ່ Unitel ກາວແອງເຊີນ ໄດ້ມອບກ້ອນເງິນ 3 ລ້ານກີບ ໃຫ້ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຜ່ານນີ້ ສົ່ງໄປຍັງປະຊາຊົນ ຢູ່ເຂດຖືກຮັບຜົນສະທ້ອນຈາກອຸບັດເຫດ. ຈຳນວນເງິນ 100 ລ້ານກີບທີ່ຍັງເຫຼືອ ຈະໄດ້ບໍລິສັດນຳໃຊ້ ເພື່ອຊື້ເຄື່ອງຂອງທີ່ຈຳເປັນ ແລະ ສົ່ງໄປຍັງປະຊາຊົນເປັນຫຼາຍຄັ້ງ.
      
      ເພື່ອຊ່ວຍປະຊາຊົນລາວຜ່ານຜ່າຄວາມຫຍຸ້ງຍາກ ຫຼັງອຸບັດເຫດເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແຕກ, ບໍລິສັດໃຫຍ່ນຳ້ມັນ PVOIL ປະຈຳລາວ  ໄດ້ມາຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນໂດຍກົງ ໃຫ້ແກ່ ຜູ້ຕາງໜ້າ ການນຳ ແຂວງ ອັດຕະປື ຊຶ່ງລວມມີ ກ້ອນເງິນ 10.000 ໂດລາສະຫະລັດ ພ້ອມກັບ ເຄື່ອງຂອງທີ່ຈຳເປັນໃຫ້ແກ່ປະຊາຊົນຄືໝີ່ໄວໆ, ເຂົ້າ, ເຄື່ອງນຸ່ງ... 

      ກ່ອນນັ້ນ, ກຸ່ມບໍລິສັດ ຮວ່າງແດງ ຢາລາຍ ກໍບໍລິຈາກຊ່ວຍເຫຼືອ ປະຊາຊົນ ຜູ້ປະສົບເຄາະຮ້າຍ ເຂົ້າ 50 ໂຕນ, ໝີໄວໆ 100.000 ຫໍ່, ປາແຫ້ງ 5 ໂຕນ ແລະ ເຄື່ອງນຸ່ງ 2.000 ຊຸດ.

      ປັດຈຸບັນ, ການເຄື່ອນໄຫວບໍລິຈາກຊ່ວຍເຫຼືອ ປະຊາຊົນຜູ້ຖືກຮັບຜົນສະທ້ອນຈາກອຸບັດເຫດເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແຕກ ຍັງຄົງໄດ້ວົງຄະນາຍາດ, ບັດດາວິສາຫະກິດ ຫວຽດນາມ ປະຈຳລາວ ກຳລັງ ຜັນຂະຫຍາຍຢ່າງຕັ້ງໜ້າ.
ໂດຍ: VNA

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top