• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍປະເທດສະແດງຄວາມວິຕົກກັງວົນ, ຮຽກຮ້ອງຊຸກຍູ້ມາດຕະການແກ້ໄຂດ້ານການເມືອງຢູ່ຊີຣີ

      ວັນທີ 14 ເມສາ, ປະຊາຄົມສາກົນໄດ້ອອກສຽງສະແດງໃຫ້ເຫັນຄວາມວິຕົກກັງວົນ ຕໍ່ສະພາບປິນຂັ້ນໄດດ້ານການທະຫານຫຼ້າສຸດຢູ່ຊີຣີ, ຖືວ່າເຫດບຸກໂຈມຕີດ້ວຍລູກສອນໄຟຂອງອາເມລິກາ, ອັງກິດ ແລະ ຝລັ່ງ ຈະສົ່ງຜົນສະທ້ອນຢ່າງຕັ້ງໜ້າເຖິງຄວາມປອດໄພຂອງປະຊາຊົນຊີຣີ ແລະ ນາບຂູ່ເຖິງຄວາມຮັບຮູ້ລວມທີ່ບັນລຸໄດ້ກ່ຽວກັບບັນດາເຂດຫຼຸດຜ່ອນຄວາມເຄັ່ງຕຶງຢູ່ປະເທດຕາເວັນອອກກາງນີ້.

ລັດຖະມົນຕີການຕ່າງປະເທດອີຢິບ
(ພາບປະກອບ: AFP/TTXVN)
      ຖະແຫຼງການຂອງກະຊວງການຕ່າງປະເທດອີຢິບ ໃຫ້ຮູ້ວ່າ, ປະເທດນີ້ຄັດຄ້ານການນຳໃຊ້ບໍ່ວ່າອາວຸດປະເພດໃດທີ່ຖືກເກືອດຫ້າມຢູ່ດິນແດນຊີຣີ, ພ້ອມທັງຮຽກຮ້ອງເປີດການສືບສວນສາກົນຢ່າງກະຈ່າງແຈ້ງ. ໃນຂະນະນັ້ນ, ວັນທີ 14 ເມສາ, ລັດຖະບານເປຣູ ໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບເຫດບຸກໂຈມຕີທາງອາກາດຂອງອາມລິກາ ແລະ ບັນດາປະເທດພັນທະມິດແນໃສ່ຊີຣີ, ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຄວນລະງັບໃຈເພື່ອສະກັດກັ້ນການປະທະກັນຖືກປິນຂັ້ນໄດ ອາດຈະນາບຂູ່ເຖິງສັນຕິພາບໂລກ. ຢູ່ Bolivia, ທ່ານປະທານາທິບໍດີ Evo Morales ໄດ້ກ່າວປະນາມຢ່າງຮຸນແຮງການກະທຳບຸກໂຈມຕີດ້ານການທະຫານຂອງອາເມລິກາ, ອັງກິດ ແລະ ຝລັ່ງ, ຮຽກຮ້ອງວໍສິງຕັນ ຕ້ອງຢຸດຕິການສັງຫານສາມັນຊົນຢູ່ຊີຣີ. ສ່ວນທ່ານລັດຖະມົນຕີການຕ່າງປະເທດບຣາຊິນ Aloysio Nunes ກໍ່ສະແດງຄວາມວິຕົກກັງວົນຕໍ່ສະພາບປິນຂັ້ນໄດບັນດາການກະທຳດ້ານການທະຫານຢູ່ຊີຣີ, ພ້ອມທັງຢືນຢັນວ່າ, ບຣາຊິນ ຍາມໃດກໍ່ປົກປ້ອງມາດຕະການເຈລະຈາສຳລັບການປະທະກັນຢູ່ປະເທດຕາເວັນອອກກາງນີ້.
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top