ຂ່າວສານ
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຮ່ວາງບິ່ງກວນຕ້ອນຮັບຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ

ທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
ໃຫ້ການຕ້ອນຮັບ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ
(ພາບ: TTXVN)
ສະແດງຄວາມປິຕິຊົມຊື່ນກ່ຽວກັບສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ທີ່ນັບມື້ນັບພັດທະນາ, ໃນນັ້ນມີການປະກອບສ່ວນສຳຄັນຂອງ ຄະນະພົວພັນຕ່າງປະເທດສູນກາງພັກຂອງ 2 ພັກ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວາງບິ່ງກວນ ຢືນຢັນວ່າ, ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິບັດລາວ ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ພັກ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງ 2 ຄະນະຢ່າງມີປະສິດທິຜົນ. ຜ່ານນັ້ນ, ປະກອບສ່ວນນຳການພົວພັນລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.
ລາຍງານກ່ຽວກັບສະພາບການຂອງລາວ ແລະ ການພົວພັນຮ່ວມມືລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກຫວ່າງມໍ່ໆມານີ້, ທ່ານນາງ ສູນທອນ ໄຊຍະຈັກ ຢືນຢັນວ່າ, ຄະນະພົວພັນຕ່າງປະເທດສູນກາງຂອງ 2 ພັກ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ ໃຫ້ບັນລຸປະສິດທິຜົນກວ່າອີກ.
(ແຫຼ່ງຄັດຈາກ VOV)