• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຢ້ຽມຢາມບັນດາຜູ້ມີຍົດຖາບັນດາສັກຊາວກາໂຕລິກ

 
​​​​      ຕອນ​ເຊົ້າ​ວັນ​ທີ 10/4, ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ໄດ້​ລົງ​ຢ້ຽມ​ຢາມ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ຜູ້​ດີ​ເດັ່ນ​ຈຳ​ນວນ​ໜຶ່ງໃນ​ສາ​ສະ​ໜາ​​ກາ​ໂຕ​ລິກ ແລະ ສາ​ສະ​ໜາ ໂປ​ແຕັ​ສ​ຕັງ ຢູ່​ພາກ​ໃຕ້ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ Easter 2017. ທີ່​ການ​ຕ້ອ​ນ​ຮັບ​ກັບ​ສັງ​ຄະ​ນາ​ຍົກ ບຸ່ຍ​ວັນ​ດອກ, ທ່ານ​ນາງ ​ເຈ​ືອງ​ທິ​ມາຍ ຫວັງ​ວ່າ ພໍ່​ແມ່​ຊາວ​ຄຼິດ ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ສາ​ມັກ​ຄີ, ປະ​ຕິ​ບັດ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ປະ​ຕິ​ບັດຫຼັກ​ສິນ​ທຳຢູ່​ໃນ​ສິນ ກິນ​ໃນ​ທຳ.
        ສ່ວນ​ສັງ​ຄະ​ນາ​ຍົກ ບຸ່ຍ​ວັນ​ດອກ ໃຫ້​ຮູ້​ວ່າ:
        “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ການ​ນຳ ອຳ​ນາດ​ການ​ປົກ​ຄອງ​ກັບ​ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ໃນ​ສະ​ມາ​ຄົມ ແລະ ພໍ່​ແມ່​ຊາວ​ຄຼິດ​ນັບ​ມື້​ນັບ​ດີ​ງາມ. ພວກ​ຂ້າ​ພະ​ເຈົ້າ​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ພັດ​ທະ​ນາ ແລະ ​ມີສະ​ຖຽນ​ລະ​ພາບ.”
        ແລະ​ກໍ່​ໃນ​ຕອ​ນ​ເຊົ້າ​ວັນ​ທີ 10/4, ທ່ານ​ນາງ ​ເຈ​ືອງ​ທິ​ມາຍ ໄດ້​ໄປ​ຢ້ຽມ​ຢາມ​ທ່ານ ເລ​ດືກ​ທິ້ງ, ຊາວ​ກາ​ໂຕ​ລິກ​ຜູ້​ດີ​ເດັ່ນ​ຢູ່​ຕາ​ແສງ ເຕີນ​ຮືງ, ​ເມືອງ 7, ນະ​ຄອນ ໂຮ່​ຈີ​ມິນ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top