• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງສຽງມີຄວາມສົນໃຈເຖິງວຽກງານບຸກຄະລາກອນທີ່ກອງປະຊຸມຄັ້ງທີ 13 ຄະນະບໍລິການງານສູນກາງພັກຊຸດທີ 12

ພະນັກງານ, ສະມາຊິກພັກຫຼາຍຄົນຢູ່ແຂວງ ດ້ຽນບຽນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນອາຍຸການຜ່ານມາ.

(ພະນັກງານ, ສະມາຊິກພັກຫຼາຍຄົນຢູ່ແຂວງ ດ້ຽນບຽນ ມີຄວາມຫວັງຫຼາຍຢ່າງຕໍ່ອາຍຸການໃໝ່)

ໂດຍໄດ້ຕິດຕາມກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ແລະ ໄດ້ຮັບຟັງຄຳກ່າວປາໄສອັດກອງປະຊຸມຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ພະນັກງານ, ສະມາຊິກພັກຫຼາຍຄົນຢູ່ແຂວງ ດ້ຽນບຽນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນອາຍຸການຜ່ານມາ; ພ້ອມທັງມີຄວາມຫວັງຫຼາຍຢ່າງຕໍ່ອາຍຸການໃໝ່. ທ່ານ ຕາວວັນເຄຶ໊ມ, ຢູ່ນະຄອນ ດ້ຽນບຽນຟຸ, ແຂວງ ດ້ຽນບຽນ, ຖືວ່າ.

        “ບໍ່ພຽງແຕ່ກອງປະຊຸມໃຫຍ່ທົ່ວປະເທດເທົ່ານັ້ນ, ນັບທັງກອງປະຊຸມໃຫຍ່ຂອງແຂວງ, ຂອງເມືອງ, ຂັ້ນຮາກຖານກໍ່ຊາບຊຶມຈິດໃຈຂອງສູນກາງພັກ ໃນການຄັດເລືອກ ກັ່ນກອງບຸກຄະລາກອນ. ອາດເວົ້າໄດ້ວ່າ, ເລື່ອງບໍ່ສະເໜີບັນດາຜູ້ເສື່ອມເສຍທາງດ້ານແນວຄິດການເມືອງ,  ຄຸນສົມບັດ, ວິຖີດຳລົງຊີວິດເຂົ້າເປັນສະມາຊິກຂອງຄະນະບໍລິຫານງານ ແມ່ນຜົນສຳເລັດອັນໃຫຍ່ຫຼວງ.”

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top