• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ, ລາວ, ກຳ​ປູ​ເຈ​ຍ​ເພີ່​ມ​ທະ​ວີ​ກາ​ນ​ຮ່ວມມ​ື​ໃນ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ

ຕອນເຊົ້າວັນທີ 11 ກັນຍາ, ຢູ່ຮ່າໂນ້ຍໄດ້ດຳເນີນກອງປະຊຸມ 3 ຝ່າຍ ແລະ ສອງຝ່າຍຂັ້ນລັດຖະມົນຕີລະຫວ່າງ 3 ປະເທດ ຫວຽດນາມ - ກຳປູເຈຍ - ລາວກ່ຽວກັບການຮ່ວມມືປາບປາມ, ຕ້ານຢາເສບຕິດຄັ້ງທີ 18.
 
ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຊີ້ແຈ້ງວ່າ ນັບແຕ່ປີ 1998, ກົນໄກຮ່ວມມື 3 ຝ່າຍ ແລະ ສອງຝ່າຍກ່ຽວກັບການປາບປາມ, ຕ້ານຢາເສບຕິດລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວໄດ້ສ້າງຕັ້ງຂຶ້ນ ແລະ ພັດທະນາ. ພາຍຫຼັງດຳເນີນມາເປັນ ເວລາ 25 ປີ, ກົນໄກດັ່ງກ່າວໄດ້ແລະ ກຳລັງນັບມື້ນັບເສີມຂະຫຍາຍໄດ້ບົດບາດ, ໝາກຜົນທີ່ບັນລຸໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າການຮັກສາ, ປັບປຸງ ແລະ ຍູ້ແຮງການພົວພັນຮ່ວມມືມິດຕະພາບລະຫວ່າງ 3 ປະເທດໃນວຽກງານປາບປາມ, ຕ້ານຢາເສບຕິດ. ທ່ານ ໂຕເລິມກ່າວວ່າ:

        ຍິ່ງກ່າວເວລາໃດໝົດ,  3 ປະເທດພວກເຮົາຄວນສືບຕໍ່ຮ່ວມແຮງຮ່ວມໃຈ, ຮ່ວມມືຢ່າງແໜ້ນແຟ້ນ, ລະດົມແຫຼ່ງກຳລັງພາຍໃນຢູ່ໃນລະດັບສູງ, ຍາດແຍ່ງແຫຼ່ງກຳລັງພາຍນອກໃຫ້ດີທີ່ສຸດເພື່ອໜູນຊ່ວຍໃຫ້ແກ່ວຽກງານຕໍ່ສູ້, ປາບປາມ, ຕ້ານຢາເສບຕິດ. ກ່ອນອື່ນໝົດ, ຂໍສຸມໃສ່ສົມທົບກັນຕໍ່ສູ້ກັບບັນດາການເຄື່ອນໄຫວຊື້ຂາຍ, ຂົນສົ່ງຢາເສບຕິດຢ່າງຂ້າມຊາດຜິດກົດໝາຍ ໃຫ້ມີປະສິດທິຜົນ, ຍົກສູງການຮ່ວມມືໃນວຽກງານໂຄສະນາ, ບຳບັດຜູ້ຕິດຢາເສບຕິດ, ເພີ່ມທະວີກຳລັງຄວາມສາມາດຂອງຖັນແຖວພະນັກງານປະຕິບັດວຽກງານປາບປາມ, ຕ້ານຢາເສບຕິດ. ຄວາມຜູກມັດ ລະຫວ່າງ 3 ປະເທດຈະແມ່ນປັດໄຈສຳຄັນ, ຮັບປະກັນຄວາມສຳເລັດໃນວຽກງານປາບປາມ, ຕ້ານຢາເສບຕິດຂອງແຕ່ລະປະເທດ.

  ທີ່ກອງປະຊຸມ, 3 ປະເທດໄດ້ເຫັນດີເປັນເອກະພາບປະຕິບັດເປົ້າໝາຍປ້ອງກັນ ອາຊຽນໃນການປາບປາມ, ຕ້ານຢາເສບຕິດທີ່ຜິດກົດໝາຍໃນໄລຍະ 2016 - 2025,ບໍ່ມີຄວາມຜ່ອນສັ້ນຜ່ອນຍາວກັບຢາເສບຕິດ, ຢຶດໝັ້ນ ການປະຕິບັດວິໄສທັດອາຊຽນພາຍຫຼັງປີ 2015 ແລະ ຖືນີ້ແມ່ນເປົ້າໝາຍຂອງທັງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top