• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ​ຍັງ​ບໍ່​ຈຳ​ເປັນ​ຕ້ອງ​ປະ​ຕິ​ບັດ​ການ​ແຍກ​ຫ່າງ​ສັງ​ຄົມ​ໃນ​ວົງ​ກ້​ວາງ

ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກອນໝູ່, ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນ, ອາດຢັ້ງຢືນໄດ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສາມາດຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ. ທ່ານ ຫວູດຶກດາມ ຊີ້ແຈ້ງວ່າ ປັດຈຸບັນ ປະເທດຕ້ອງປະຕິບັດເປົ້າໝາຍຄວບຄູ່ ໃຫ້ເປັນຢ່າງດີ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19  ກ່າວຄຳເຫັນທີ່ການຖະແຫຼງຂ່າວ

ວັນທີ 11 ພຶດສະພາ, ທີ່ການປະຊຸມແລກປ່ຽນວຽກງານກັບບັນດາອົງການສື່ມວນຊົນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ແຈ້ງໃຫ້ບັນດາການນຳຂອງອົງການສື່ມວນຊົນຮັບຊາບກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກອນໝູ່, ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນ, ອາດຢັ້ງຢືນໄດ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສາມາດຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ. ທ່ານ ຫວູດຶກດາມ ຊີ້ແຈ້ງວ່າ ປັດຈຸບັນ ປະເທດຕ້ອງປະຕິບັດເປົ້າໝາຍຄວບຄູ່ ໃຫ້ເປັນຢ່າງດີ ແລະ ໃນສະພາບຕົວຈິງ ຫວຽດນາມ ບໍ່ພຽງແຕ່ຮັບມືກັບໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີເທົ່ານັ້ນ ຫາກຍັງມີການເຕີບໂຕດ້ານເສດຖະກິດອີກດ້ວຍ. ກ່ຽວຂ້ອງເຖິງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:

ຈິດໃຈແມ່ນ ທັງຮຽກຮ້ອງປະຊາຊົນມີສະຕິຄວາມຮັບຜິດຊອບຕໍ່ກະໂອເຮົາ ແລະ ພໍ່ແມ່ພີ່ນ້ອງ ຫຼັງຈາກນັ້ນ ແມ່ນປະຊາຄົມ, ປະເທດຊາດ ເພື່ອໃຫ້ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຄົບຖ້ວນ. ຫວຽດນາມ ຕ້ອງຄວບຄຸມການເຂົ້າອອກເມືອງຢ່າງແໜ້ນແຟ້ນ, ບໍ່ຫ້າມການເດີນທາງໄປມາ ແຕ່ພວກເຮົາຕ້ອງຄວບຄຸມໂລກລະບາດຢ່າງແໜ້ນແຟ້ນ.

ໃນເຫດການທີ່ກ່ຽວຂ້ອງ, ນັບແຕ່ວັນທີ 6 ໂມງ ຫາ 12 ໂມງຂອງວັນທີ 11 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 18 ຄົນ, ໃນນັ້ນມີ 2 ຄົນໄດ້ຮັບການແຍກຕົວຢູ່ແຂວງດົ່ງນາຍ ພາຍຫຼັງເຂົ້າເມືອງຈາກຕ່າງປະເທດ. ດັ່ງນັ້ນ ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອ ລວມທັງໝົດ ແມ່ນ 3.056 ຄົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top