• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕ້ານ​ການ​ກໍ່​ການ​ຮ້າຍ​ບົນ​ພື້​ນຖານ​ປະ​ຕິ​ບັດ​ຕາມ​ກົດ​ບັດ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ

ວັນທີ 24 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍເພື່ອຮັບຟັງບົດລາຍງານຄັ້ງທີ 11 ຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບຄວາມສ່ຽງກໍ່ການຮ້າຍຈາກບັນດາ ອົງການລັດອິດສະລາມ (IS) ອ້າງຊື່ເອງທີ່ ນາບຂູ່ສັນຕິພາບ, ຄວາມໝັ້ນຄົງສາກົນ.

ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ຢັ້ງຢືນວ່າ ຫວຽດນາມກ່າວປະນາມລັດທິການກໍ່ການຮ້າຍໃນທຸກໆຮູບແບບ ແລະ ສະເໜີໃຫ້ບັນດາປະເທດ ເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງເຂດຊາຍແດນ, ຄວບຄຸມບັນດາຄວາມສ່ຽງບຸກໂຈມຕີ, ອຸປະຖຳການກໍ່ການຮ້າຍ; ທ່ານກໍ່ເນັ້ນໜັກວ່າ ຕ້ອງແກ້ໄຂຄວາມສ່ຽງກໍ່ການຮ້າຍຢ່າງຮອບດ້ານ, ລົບລ້າງບັນດາເງື່ອນໄຂສະດວກໃຫ້ແກ່ການກໍ່ການຮ້າຍ, ສ້າງເງື່ອນໄຂພັດທະນາເສດຖະກິດ, ແກ້ໄຂການປະທະກັນ, ສ້າງສະພາບແວດລ້ອມສັງຄົມທີ່ມີຄວາມສະເໝີພາບ, ສາມັກຄີ ແລະ ມີຄວາມສາມາດຕ້ານຄືນຄວາມສ່ຽງຫົວຮຸນແຮງ ແລະ ກໍ່ການຮ້າຍ.  ຫວຽດນາມໃຫ້ຄຳໝັ້ນສັນຍາຕ້ານການກໍ່ການຮ້າຍບົນພື້ນຖານກົດບັດ ສປຊ ແລະ ກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)

ພັກ​ກອມ​ມູ​ນິດ ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ເປີດກວ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ປະ​ເທດຕ່າງໆ​​ໃນ​ໂລກ

ພັກ​ກອມ​ມູ​ນິດ ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ເປີດກວ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ປະ​ເທດຕ່າງໆ​​ໃນ​ໂລກ

​ທີ່​ການ​ຕ້ອນ​ຮັບ, ທ່ານ​ເຈິ່ນ​ເກິ​ມ​ຕູ້ ສະ​ເໜີ​ບັນ​ດາ​ພັກ​ການ​ເມືອງ​ໃນ​ພາກ​ພື້ນ ຍູ້​ແຮງ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ, ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ການພັດ​ທະ​ນາ​ປະ​ເທດ

Top