• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ອິດ​ສະ​ລາ​ແອັນ ຍົກ​ເລີກ​ການ​ປິດ​ລ້ອມ ເຂດ Gaza, ຢຸດ​ຕິການ​ເປີດ​ກ້​ວາງ​ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານຄົງ​ທີ່

ວັນທີ 25 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອຍລາຍປຶກສາຫາລືກ່ຽວກັບສະພາບການຢູ່ຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ.

ກອງປະຊຸມທາງອອຍລາຍປຶກສາຫາລືກ່ຽວກັບສະພາບການຢູ່ຕາເວັນອອກກາງ 

ມີຫຼາຍປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຄວາມເຄັ່ງຕຶງ ຢູ່ພື້ນທີ່ຕົວຈິງ, ເປັນຕົ້ນແມ່ນບັນດາການກະທຳໃຊ້ຄວາມຮຸນແຮງທີ່ພວມເພີ່ມຂຶ້ນຫວ່າງແລ້ວນີ້ ຢູ່ເຂດ Gaza ແລະ ເລື່ອງ ອິດສະລາແອນສືບຕໍ່ເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ຢ່າງຜິດກົດໝາຍ…

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີບັນດາຄວາມມານະພະຍາຍາມດ້ານມະນຸດສະທຳໃຫ້ແກ່ຊາວປະແລັດສະຕິນ ແລະ ສະເໜີໃຫ້ອິດສະລາແອັນຍົກເລີກການປິດລ້ອມເຂດ Gaza ເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳບໍ່ຖືກກີດຂວາງ. ຜູ້ຕາງໜ້າຫວຽດນາມ ກໍ່ຮຽກຮ້ອງໃຫ້ອິດສະລາແອັນຢຸດຕິການເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່, ຢຸດຕິການທັບມ້າງ ແລະ ຢຶດເອົາຊັບສິນຂອງຊາວປາແລັດສະຕິນ, ປະຕິບັດບັນດາພັນທະຕາມກົດໝາຍມະນຸດສະທຳສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ, ໃນນັ້ນມີມະຕິເລກທີ 2334 ຂອງ ສປຊ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top