• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ໜູ​ນ​ຊ່ວຍ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ ສ​ະ​ຫະ​ປະ​ຊາ​ຊາດ ແລະ ອົງ​ການຝ​ລັ່ງ​ໂກ​ໂພ​ນີ

ວັນທີ 8 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືເປີດທາງອອນລາຍເປັນຄັ້ງທຳອິດ ກ່ຽວກັບການຮ່ວມມືລະຫວ່າງ ສປຊ ແລະ ອົງການຝລັ່ງ ໂກໂພນີ (OIF).

ທ່ານເລຂາທິການໃຫຍ່ອົງການ OIF Louise Mushikiwabo, ທ່ານ Bintou Keita ຜູ້ຊ່ວຍວຽກທ່ານເລຂາທິການໃຫຍ່ ສປຊ ແລະ ທ່ານ Zohrab Mnatsakanyan ລັດຖະມົນຕີກະຊວງການຕ່າງປະເທດ ອາກເມເນຍ ທັງເປັນປະທານກອງປະຊຸມລັດຖະມົນຕີບັນດາປະເທດນຳໃຊ້ພາສາຝລັ່ງ  ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: baoquocte.vn)

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງອົງການ OIF ທີ່ມີຕໍ່ວຽກງານຂອງ ສປຊ ເວົ້າລວມ ແລະ ສະພາຄວາມໝັ້ນຄົງ ສປຊ ເວົ້າສະເພາະ, ໂດຍໄດ້ສະແດງອອກຜ່ານການເຂົ້າຮ່ວມຂອງຫຼາຍປະເທດສະມາຊິກ OIF ໃນການເຄື່ອນໄຫວຮັກສາສັນຕິພາບ, ປ້ອງກັນ, ສະກັດກັ້ນການປະທະກັນ ແລະ ຊຸກຍູ້ໂຄງການແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ. ດ້ວຍຖານະເປັນສະມາຊິກຂອງທັງອົງການ OIF ແລະ ສປຊ, ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍການຊຸກຍູ້ການພົວພັນລະຫວ່າງສອງອົງການດັ່ງກ່າວ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ສະເໜີໃຫ້ ອົງການ OIF ພ້ອມກັບ ສປຊ ສືບຕໍ່ຊຸກຍູ້ລັດທິຫຼາຍຝ່າຍ, ແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີໂດຍອີງຕາມລະບຽບກົດໝາຍ, ສວມບົດບາດສະກັດກັ້ນການປະທະກັນ, ເປັນກາງໃນການໄກເກ່ຍ, ຊຸກຍູ້ການຊອກຫາມາດຕະການທາງການເມືອງສຳລັບບັນດາການປະທະກັນ ແລະ ຈັດສົ່ງກຳລັງເຂົ້າຮ່ວມການຮັກສາສັນຕິພາບ ຢູ່ ສປຊ.  
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top