• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຍູ້​ແຮງ​ການ​ໂອ້​ລົມ​ສົນ​ທະ​ນາ​ຢູ່​ບັນ​ດາ​ກອງ​ປະ​ຊຸມ​ກຸ່ມ​ປະ​ຕິ​ບັດ​ງານ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ ບັນ​ດາ​ສານ​ສາ​ກົນ

ວັນທີ 2 ມິຖຸນາ (ຕາມເວລາ ນິວຢອກ), ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ປະທານກຸ່ມປະຕິບັດງານບໍ່ເປັນທາງການຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບບັນດາສານສາກົນ, ໄດ້ເປັນປະທານກອງປະຊຸມປະຈຳໄລຍະ 6 ເດືອນ ຂອງກຸ່ມປະຕິບັດງານ.
ກອງປະຊຸມກຸ່ມປະຕິບັດງານຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບບັນດາສາສາກົນ 

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນຖານະເປັນປະທານກຸ່ມປະຕິບັດງານ ຈະໜູນຊ່ວຍຊຸກຍູ້ການເຈລະຈາ ລະຫວ່າງກຸ່ມປະຕິລັດງານ ກັບ ປະທານ, ໄອຍະການຂອງ ກົນໄກເພື່ອແນໃສ່ປະຕິບັດສຳເລັດໜ້າທີ່ຂອງກົນໄກ ໂດຍ ສະພາຄວາມໝັ້ນຄົງ ສປຊ ມອບໝາຍໃຫ້, ຜ່ານນັ້ນຊຸກຍູ້ການປະຕິບັດຕາມກົດບັດ ສປຊ ແລະ ກົດໝາຍສາກົນ.

ພາບຫຼັງຮັບຟັງການລາຍງານຂອງປະທານ, ໄອຍະການຂອງກົນໄກ, ກຸ່ມປະຕິບັດງານໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າບັນດາວຽກງານ ພິພາກສາ, ຊອກຈັບຜູ້ຖືກສົງໄສ ທີ່ພວມລົບໜີ ໄປປະຕິບັດຕາມຄຳຕັດສິນຂອງສານ, ຮ່ວມມື ແລະ ໜູນຊ່ວຍສານແຫ່ງຊາດ ແລະ ຮັບປະກັນສຸຂະພາບ, ຄວາມປອດໄພໃຫ້ແກ່ຜູ້ຖືກຈຳຄຸກ, ພະນັກງານ, ພາລະກອນຂອງກົນໄກ, ກໍ່ຄືບັນດາມາດຕະການເພີ່ມທະວີປະສິດທິຜົນໃນການເຄື່ອນໄຫວ, ຊຸກຍູ້ການປະຕິບັດຕາມຂໍ້ສະເໜີຂອງ ສະພາຄວາມໝັ້ນຄົງ ສປຊ ມະຕິເລກທີ 2529 (ປີ 2020) ແລະ ປະຕິບັດສຳເລັດໜ້າຂອງກົນໄກໂດຍໄວ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top