• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເປີດ​ທາງ​ອອນ​ລາຍ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ຫົວ​ຂໍ້​ໂລກ​ລະ​ບາດ ແລະ ຄວາມ​ໝັ້ນ​ຄົງ

ຕອນຄ່ຳວັນທີ 2 ກໍລະກົດ 2020, ທ່ານ ໂຕແອັງຢຸງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືເປີດທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ຫົວຂໍ້ “ໂລກລະບາດ ແລະ ຄວາມໝັ້ນຄົງ” ໂດຍທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Heiko Maas ເປັນປະທານ. ກອງປະຊຸມມີການເຂົ້າຮ່ວມຂອງ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ.

ທ່ານ ໂຕແອັງຢຸງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືເປີດທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ (ພາບ: baoquocte.vn)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Antonio Guterres ໃຫ້ຮູ້ວ່າ: ໂລກລະບາດ Covid – 19 ສືບຕໍ່ສົ່ງຜົນສະທ້ອນຢ່າງເລິກເຊິ່ງຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ເສດຖະກິດ - ສັງຄົມ ໃນທົ່ວໂລກ. ທ່ານ ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນ ພ້ອມກັນ ຕອບສະໜອງຄຳຮຽກຮ້ອງຢຸດຍິງທົ່ວໂລກ, ເພີ່ມທະວີການຮ່ວມມືເພື່ອແນໃສ່ຮັບມືກັບໂລກລະບາດ ແລະ ບັນດາສິ່ງທ້າທາຍລວມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂຕແອັງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືເພື່ອແນໃສ່ຮັບມືກັບໂລກລະບາດ Covid – 19 ແລະ ຟື້ນຟູເສດຖະກິດສັງຄົມແບບຍືນຍົງ, ທ່ານເນັ້ນໜັກວ່າບັນດາອົງການຫຼາຍຝ່າຍພິເສດແມ່ນ ສປຊດ້ວຍບົດບາດເປັນໃຈກາງ, ອາດຈະສວມບົດບາບຫຼັກແຫຼ່ງໃນການປະສານບັນດາຄວາມມານະພະຍາຍາມສາກົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

ທ່ານ ໂຕແອັງຢຸງເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບການຍົກເລີກບັນດາຄຳສັ່ງລົງໂທດ ທີ່ມີຜົນສະທ້ອນຕໍ່ຄວາມມານະພະຍາຍາມໃນການຮັບມືກັບໂລກລະບາດ Covid – 19, ທ່ານ ຫວັງວ່າ ສະພາຄວາມໝັ້ນຄົງ ສປຊ ແລະ ບັນດາປະເທດສະມາຊິກຈະມີມາດຕະການທີ່ເໝາະສົມເພື່ອສ້າງເງື່ອນໄຂໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ບັນດາປະເທດທີ່ພວມຖືກລົງໂທດເພື່ອຜົນປະໂຫຍດຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top