• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ໄທ ແລກປ່ຽນກ່ຽວກັບການພົວພັນຮ່ວມມື 2 ຝ່າຍ ແລະ ບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ

      ທີ່ການພົບປະເຈລະຈາທາງອອນລາຍ, 2 ຝ່າຍໄດ້ເຫັນດີເປັນເອກະພາບສູ້ຊົນເພີ່ມວົງເງິນການຄ້າ 2 ສົ້ນຂຶ້ນເປັນ 20 ຕື້ USD ຕໍ່ປີ ຄືດັ່ງຄາດໝາຍທີ່ໄດ້ວາງອອກ, ເຊັນຂໍ້ຕົກລົງຮັບສະໝັກແຮງງານ 2 ຝ່າຍສະບັບໃໝ່ໂດຍໄວ. 

ຫວຽດນາມ - ໄທ ແລກປ່ຽນກ່ຽວກັບການພົວພັນຮ່ວມມື 2 ຝ່າຍ (ພາບ: VGP)
      ຕອນບ່າຍວັນທີ 03 ກັນຍາ 2020, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະເຈລະຈາທາງອອນລາຍກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄທ  ດອນ ປຣາມັດວິໄນ ກ່ຽວກັບການພົວພັນຮ່ວມມື 2 ຝ່າຍ, ໃນນັ້ນ ມີການຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ກໍ່ຄືກ່ຽວກັບບັນດາບັນຫາສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
        ທີ່ການພົບປະເຈລະຈາທາງອອນລາຍ, 2 ຝ່າຍໄດ້ເຫັນດີເປັນເອກະພາບສູ້ຊົນເພີ່ມວົງເງິນການຄ້າ 2 ສົ້ນຂຶ້ນເປັນ 20 ຕື້ USD ຕໍ່ປີ ຄືດັ່ງຄາດໝາຍທີ່ໄດ້ວາງອອກ, ເຊັນຂໍ້ຕົກລົງຮັບສະໝັກແຮງງານ 2 ຝ່າຍສະບັບໃໝ່ໂດຍໄວ. 2 ຝ່າຍກໍ່ໄດ້ເຫັນດີເປັນເອກະສັນ ຈະເປີດກ້ວາງການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ ຄືການສຶກສາບຳລຸງສ້າງ, ການທ່ອງທ່ຽວ, ວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນ.
(ແຫຼ່ງຄັດຈາກ VOV)
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top