• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ

ວັນທີ 03 ກໍລະກົດ, ທີ່ຮ່າໂນ້ຍ, ຄະນະຜູ້ແທນກະຊວງຕຳຫລວດ ຫວຽດນາມ ໂດຍທ່ານພົນໂທ ເລກຸ໊ຍເວືອງ, ຮອງລັດຖະມົນຕີກະຊວງຕຳຫລວດ ນຳໜ້າ ແລະ ຄະນະຜູ້ແທນອົງການສືບສວນສະຫະລັດ ອາເມລິກາ ໂດຍທ່ານ David Bowdich ຮອງຫົວໜ້າອົງການສືບສວນສະຫະລັດ ອາເມລິກາ ເປັນຫົວໜ້າຄະນະ ໄດ້ດຳເນີນການເຈລະຈາແລກປ່ຽນບັນດາບັນຫາ ເຊິ່ງ 2 ຝ່າຍມີຄວາມສົນໃຈ.

ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ (ພາບ:cand.com.vn)

 2 ຝ່າຍໄດ້ເຫັນດີເປັນເອກະພາບ ດຳເນີນການເຈລະຈາ, ເຊັນບັນດາເອກະສານສ້າງຂອບເຂດການຮ່ວມມືດ້ານຍຸຕິທຳທາງອາຍາຄື: ສັນຍາວ່າດ້ວຍການໜູນຊ່ວຍດ້ານຕຸລາການກ່ຽວກັບອາຍາ, ສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ. ແລກປ່ຽນ, ຮັບເອົາ, ແກ້ໄຂຂໍ້ມູນຂ່າວສານອາດຊະຍາກຳລະຫວ່າງຫ້ອງການ INTERPOL ຫວຽດນາມ ແລະ ອົງການສືບສວນສະຫະລັດ ອາເມລິກາ ເປັນປະຈຳ ໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ ເຊິ່ງກ່ຽວຂ້ອງເຖິງ 2 ຝ່າຍ; ແລກປ່ຽນກ່ຽວກັບວິທີການ, ເລ່ລ່ຽນຂອງອາດຊະຍາກຳທີ່ຫາກໍ່ພົ້ນເດັ່ນ ເພື່ອແນໃສ່ຮັບໃຊ້ວຽກງານຄາດຄະເນໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດປະເທດຕ່າງໆ. ເພີ່ມທະວີການຮ່ວມມືໃນຂົງເຂດຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດເວົ້າລວມ, ປ້ອງກັນ, ຕ້ານອາດຊະຍາກຳທີ່ນຳໃຊ້ເຕັກໂນໂລຊີສູງເວົ້າສະເພາະ…
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top