• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຍີ່ປຸ່ນ ສົມທົບກັນຈັດງານບຸນ ຍີ່ປຸ່ນ - ຫວຽດນາມ 2019 ຢູ່ນະຄອນໂຮ່່ຈີມິນ

ນະຄອນໂຮ່ຈີມິນ ໃຫ້ຄໍາໝັ້ນສັນຍາວ່າ ຈະສ້າງເງື່ອນໄຂສະດວກເພື່ອຈັດ ງານບຸນ ຍີ່ປຸ່ນ - ຫວຽດນາມ ຄັ້ງທີ 6 ປີ 2019 ຈະປະສົບຜົນສໍາເລັດຢ່າງຈົບງາມ

ການພົບປະ ແລະ ເຮັດວຽກລະຫວ່າງ ການນໍາຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ຄະນະຈັດຕັ້ງ “ງານບຸນຍີ່ປຸ່ນ - ຫວຽດນາມ”  (ພາບ: voh.com.vn)

ຕອນບ່າຍວັນທີ 8 ພະຈິກ, ທ່ານ ເລແທັງລຽມ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ຂອງຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Tsutomu Takeebe, ທີ່ປຶກສາພິເສດຂອງ ສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ຫົວໜ້າຄະນະຈັດຕັ້ງ “ງານບຸນຍີ່ປຸ່ນ - ຫວຽດນາມ” ຈະດໍາເນີນຢູ່ນະຄອນໂຮ່ຈີມິນ (ແຕ່ວັນທີ 18 - 20 ມັງກອນ 2019) ແລະ ປຶກສາຫາລືນໍາກັນກ່ຽວກັບວຽກງານສົມທົບກັນຈັດຕັ້ງ ງານບຸນ ຍີ່ປຸ່ນ - ຫວຽດນາມ 2019. ທີ່ການຕ້ອນຮັບ, ທ່ານເລແທັງລຽມ ໄດ້ຕີລາຄາສູງການສົມທົບກັນຈັດຕັ້ງ ງານບຸນ ຍີ່ປຸ່ນ - ຫວຽດນາມ ຂອງຝ່າຍຍີ່ປຸ່ນ ແລະ ເຊື່ອໝັ້ນວ່າ ການເຄື່ອນໄຫວດັ່ງກ່າວ ຈະແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນຂອງການຮ່ວມມືສອງຝ່າຍ ລະຫວ່າງນະຄອນ ໂຮ່ຈີມິນ - ຍີ່ປຸ່ນ. ນະຄອນໂຮ່ຈີມິນ ໃຫ້ຄໍາໝັ້ນສັນຍາວ່າ ຈະສ້າງເງື່ອນໄຂສະດວກເພື່ອຈັດ ງານບຸນ ຍີ່ປຸ່ນ - ຫວຽດນາມ ຄັ້ງທີ 6 ປີ 2019 ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຜູກພັນເຊິ່ງກັນແລະກັນ ຫຼາຍກວ່າເກົ່າ. ທ່ານເລແທັງລຽມ ປາດຖະໜາວ່າ ທ່ານ Tsutomu Takeebe ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ຍີ່ປຸ່ນ, ລະອຽດແມ່ນຮັກສາ, ພັດທະນາ ງານບຸນປະຈໍາປີ ຫວຽດນາມ - ຍີ່ປຸ່ນ.

        ສ່ວນທ່ານ Tsutomu Takeebe  ໄດ້ສະແດງຄວາມປາດຖະໜາວ່າ ຍີ່ປຸ່ນ ຢາກຮ່ວມມືກັບນະຄອນໂຮ່ຈີມິນ ແລະ ສະເໜີໃຫ້ການນໍານະຄອນ ເອົາໃຈໃສ່ຊີ້ນໍາບັນດາອົງການກ່ຽວຂ້ອງສົມທົບກັບຍີ່ປຸ່ນ ພ້ອມກັນຈັດຕັ້ງງານບຸນໃຫ້ປະສົບຜົນສໍາເລັດ.       

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top