• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບວຽກງານການເງິນໃນຂົງເຂດກອງທັບ

      ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ ສີສະຫວັນ ກົມມະເມືອງ, ຮອງຫົວໜ້າກົມ ແຜນການ - ການເງິນ, ກອງທັບປະຊາຊົນລາວ ຢ່າງອົບອຸ່ນ, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມເຮັດວຽກກັບທ່ານພັນເອກ ສີສະຫວັນ ກົມມະເມືອງ ຮອງຫົວໜ້າກົມ ແຜນການ - ການເງິນ, ກອງທັບປະຊາຊົນລາວ
(ພາບ:qdnd.vn)
      ທີ່ການຕ້ອນຮັບ,  ທ່ານພົນໂທ ເຈິ່ນເດີນ ເນັ້ນໜັກວ່າ: ລັດຖະບານ, ປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ ຍາມໃດກໍໄດ້ຖືເປັນສຳຄັນ, ຮັກສາ ແລະ ພັດທະນາການພົວພັນສາມັກຄີແບບພິເສດກັບລັດຖະບານ, ປະຊາຊົນ ແລະ ກອງທັບປະຊາຊົນລາວອ້າຍນ້ອງ; ພ້ອມທັງຢັ້ງຢືນວ່າ, ການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນໃນການພົວພັນລະຫວ່າງສອງປະເທດ. ໂດຍຜ່ານການຮ່ວມມືດ້ານປ້ອງກັນຊາດ, ໄດ້ປະກອບສ່ວນປັບປຸງ, ເພີ່ມທະວີການປ້ອງກັນຄວາມສະຫງົບ, ການເມືອງ, ການກໍ່ສ້າງກອງທັບຂອງແຕ່ລະປະເທດ, ເຮັດໃຫ້ທຸກກົນອຸບາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການ, ກໍ່ຄວາມແບ່ງແຍກນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນ ແລະ ກອງທັບສອງປະເທດ ໃຫ້ປະລາໄຊໄປ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top