• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ບັນດານັກລົງທຶນຍີ່ປຸ່ນ

      ວັນທີ 19 ກັນຍາ, ກ່າວຄຳເຫັນຕໍ່ໜ້າບັນດາວິສາຫະກິດ ຫວຽດນາມ ແລະ ຍີ່ປຸ່ນ ທີ່ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ແລະ ພົວພັນແລກປ່ຽນການຄ້າກັບແຂວງດົ່ງນາຍ ຢູ່ ໂຕກຽວ.

ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຍີ່ປຸ່ນກ່າວຄຳເຫັນທີກອງປະຊຸມສຳມະນາ
(ພາບ: TTXVN)
       ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຍີ່ປຸ່ນ ຢັ້ງຢືນວ່າ ລັດຖະບານ ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ ທີ່ມາລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ.
               ທ່ານ ຫວູຮົ່ງນາມ ໄດ້ຊີ້ແຈ້ງວ່າ ຢູ່ຫວຽດນາມ, ຍີ່ປຸ່ນໄດ້ຮັບຖືວ່າເປັນໜຶ່ງໃນບັນດາຄູ່ຮ່ວມມື ແລະ ນັກລົງທຶນຕ່າງປະເທດຍຸດທະສາດ ແລະ ສຳຄັນທີ່ສຸດ, ດ້ວຍບັນດາໂຄງການລົງທຶນທີ່ມີຄຸນນະພາບ ແລະ ການເຄື່ອນໄຫວທີ່ມີປະສິດທິຜົນ. ບັນດາໂຄງການລົງທຶນຂອງຍີ່ປຸ່ນບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຊຸກຍູ້ການເຕີບໂຕເສດຖະກິດຂອງ ຫວຽດນາມເທົ່ານັ້ນ ຫາກຍັງຊ່ວຍສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ສຳລັບແຂວງດົ່ງນາຍ, ທ່ານ ຫວູຮົ່ງນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າດ້ວຍ ການຜັນຂະຫຍາຍໂຄງການສະໜາມບິນສາກົນ ລອງແທັ່ງ ແລະ ຍຸດທະສາດດຶງດູດການລົງທຶນຂອງແຂວງ, ດົ່ງນາຍຈະກາຍເປັນຈຸດນັດພົບທີ່ມີຄວາມດູດດື່ມກ່ວາອີກສຳລັບບັນດານັກລົງທຶນຕ່າງປະເທດ, ເປັນຕົ້ນແມ່ນບັນດານັກລົງທຶນ ຍີ່ປຸ່ນ.

 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top