• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະເຮັດຫຼ້ອນໜ້າທີ່ ແລະ ແມ່ນສະມາຊິກທີ່ຕັ້ງໜ້າຂອງ IIB

ຫວຽດນາມ ເປັນປະເທດທີ່ຂະຫຍັນຂັນເຄື່ອນ, ແລະເປັນສະມາຊິກທີ່ມີລະດັບການເຕີບໂຕສູງທີ່ສຸດໃນບັນດາສະມາຊິກຂອງ IIB.

ທ່ານ ເວືອງດີງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Mikolay Kosov, ປະທານຄະນະການນຳທະນາຄານລົງທຶນສາກົນ (ພາບ: TTXVN)

ຕອນບ່າຍວັນທີ 12 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ເວືອງດີງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Mikolay Kosov, ປະທານຄະນະການນຳທະນາຄານລົງທຶນສາກົນ (IIB) ໃນໂອກາດທີ່ທ່ານພວມມີການເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ Mikolay Kosov ຖືວ່າ: ຫວຽດນາມ ເປັນປະເທດທີ່ຂະຫຍັນຂັນເຄື່ອນ ແລະ ເປັນສະມາຊິກທີ່ມີລະດັບການເຕີບໂຕສູງທີ່ສຸດໃນບັນດາສະມາຊິກຂອງ IIB. ທ່ານ Mikolay Kosov ຍັງສະແດງຄວາມຫວັງວ່າຢາກເປີດຫ້ອງການຕາງໜ້າຢູ່ ຫວຽດນາມ ເພື່ອເປັນຂົວເຊື່ອມຕໍ່ລະຫວ່າງ IIB ກັບວິສາຫະກິດ ແລະ ລັດຖະບານ ຫວຽດນາມ.

        ສ່ວນທ່ານ ເວືອງດີງເຫ້ວ ຮອງນາຍົກລັດຖະມົນຕີໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະຕິບັດຄວາມຮັບຜິດຊອບເປັນຢ່າງດີ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ, ສືບຕໍ່ປະຕິຮູບ ແລະ ພັດທະນາ IIB ຢ່າງຍືນຍົງໃນເວລາຈະມາເຖິງ. ທ່ານ ເວືອງດີງເຫ້ວ ຖືວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະປະກອບສ່ວນແຫຼ່ງທຶນຢ່າງຄົບຖ້ວນ ແລະ ຕາມກຳນົດເວລາຊຶ່ງໄດ້ໝັ້ນໝາຍໃນສັນຍາ ແລະ ສະໜັບສະໜູນ IIB  ສຶກສາຄົ້ນຄ້ວາເພື່ອເປີດຫ້ອງການຕາງໜ້າຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top