ໃນຂອບເຂດການຢ້ຽມຢາມ ເບລາຣຸດ, ທ່ານເວືອງດິ່ງເຫ້ວໄດ້ໄປຢ້ຽມຢາມບໍລິສັດເຕັກໂນໂລຢີສູງ ADANI, ໂຮງງານຜະລິດລົດໂອໂຕ, ລົດບັນທຸກ MAZ - ບັນດາວິສາຫະກິດແຖວໜ້າຂອງ ເບລາຣຸດ ທີ່ພວມມີການຮ່ວມມືກັບ ຫວຽດນາມ
ການເຈລະຈາລະຫວ່າງ , ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານ Igor Lyashenko ຮອງນາຍົກລັດຖະມົນຕີ ເບລາຣຸດ (ພາບ: VGP)
ໃນຂອບເຂດການຢ້ຽມຢາມ
ເບລາຣຸດ ຢ່າງເປັນທາງການຂອງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ວັນທີ 13 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການ ເຈລະຈາກັບທ່ານ Igor Lyashenko ຮອງນາຍົກລັດຖະມົນຕີ
ເບລາຣຸດ ເພື່ອແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກ່ວາອີກ, ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ
ເບລາຣຸດ.
ການນຳສອງທ່ານໄດ້ຖືວ່າ ຕ້ອງຊຸກຍູ້ບັນດາຮູບແບບການຮ່ວມມືໃໝ່, ລວມມີການສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດສອງປະເທດຮ່ວມດຳເນີນທຸລະກິດຜະລິດສິນຄ້າປະເພດຕ່າງໆທີ່ເປັນທ່າແຮງຂອງກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນປະເທດຂອງ ຫວຽດນາມ ແລະ
ເບລາຣຸດ, ມຸ່ງໄປເຖິງການສົ່ງອອກໄປຍັງຕະຫຼາດ ອາຊຽນ ແລະ ສະຫະພັນ ເສດຖະກິດ ອາຊີ - ເອີລົບ.
(ແຫຼ່ງຄັດຈາກ VOV)