• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືໃນຂົງເຂດຍຸຕິທໍາ

ວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ໂດຍ ທ່ານ  Ruben Remigio ປະທານສານປະຊາຊົນສູງສຸດກູບາ ນໍາໜ້າ ເນື່ອງໃນໂອກາດພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ຕ້ອນຮັບຄະນະຜູ້ແທນ ໂດຍ ທ່ານ  Ruben Remigio ປະທານສານປະຊາຊົນສູງສຸດກູບາ (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ຢັ້ງຢືນວ່າ ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ກູບາ ແມ່ນການພົວພັນທີ່ພິເສດ, ເລິກເຊິ່ງ, ບໍລິສຸດຜຸດຜ່ອງ ແລະ ນັບມື້ນັບໄດ້ຮັບການຮັດແໜ້ນ. ທ່ານ ເຈືອງຮວ່າບິງ ໃຫ້ຮູ້ວ່າ ການນໍາຫວຽດນາມ ຍາມໃດກໍສະໜັບສະໜູນຢ່າງແຮງການຮ່ວມມືມິດຕະພາບລະຫວ່າງລະບົບສານຂອງສອງປະເທດ, ເຊິ່ງໄດ້ສະແດງໃຫ້ເຫັນຜ່ານບົດບັນທຶກວ່າດ້ວຍການຮ່ວມມື ທີ່ໄດ້ລົງນາມກັນໃນເດືອນ ກັນຍາ 2013.

        ທ່ານ Ruben Remigio ປະທານສານປະຊາຊົນສູງສຸດກູບາ ໃຫ້ຮູ້ວ່າ ປັດຈຸບັນ, ຂະແໜງຍຸຕິທໍາຂອງ ກູບາ ພວມຮ່ວມມື, ແບ່ງປັນ ແລະ ຖອດຖອນບົດຮຽນຫຼາຍຢ່າງທີ່ມີີປະໂຫຍດຈາກ ຝ່າຍຫວຽດນາມ. ກູບາ ຫາກໍ ສ້າງລັດຖະທໍາມະນູນສະບັບໃໝ່ ແລະ ສ້າງໃຫ້ສົມບູນແບບ, ສະນັ້ນ ຕ້ອງເຄົາລົບບັນດາການເຄື່ອນໄຫວພົວພັນແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃນຂົງເຂດນີ້.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top