• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກູບາ ເພີ່ມທະວີ ແລະ ເປີດກ້ວາງສາຍພົວພັນຮ່ວມມືທຸກດ້ານ

ໃນຂອບເຂດການຢ້ຽມຢາມສັນທະວະໄມຕີຫວຽດນາມຢ່າງເປັນທາງການຂອງທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ Miguel Mario Diaz Canel Bermudes, ຕອນຄ່ຳວັນທີ 9 ພະຈິກຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ພ້ອມກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປີດງານລ້ຽງຮອງຮັບ ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ Miguel Mario Diaz Canel Bermudes ພ້ອມດ້ວຍຄະນະ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ແລະ ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ Miguel Mario Diaz Canel Bermudes ຕອບສຳພາດຕໍ່ສື່ມວນຊົນ
 

ກ່າວຄຳເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ກ່າວວ່າ : 

    “ ເດືອນກັນຍາທີ່ຜ່ານມາ, 2 ປະເທດພວກເຮົາໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 45 ປີແຫ່ງການຢ້ຽມຢາມຄັ້ງປະຫວັດສາດຂອງຜູ້ນຳ Fidel Alejandro Castro Ruz ຊຶ່ງປະມຸກລັດຄົນດຽວຂອງຕ່າງປະເທດເທົ່ານັ້ນທີ່ໄປຍັງເຂດປົດປ່ອຍພາກໃຕ້ຫວຽດນາມເມື່ອປີ 1973. ໃນວັນນີ້, ສາຍພົວພັນຫວຽດນາມ-ກູບາໄດ້ຜ່ານການທົດສອບນາໆປະການ ແລະ ນັບມື້ນັບໝັ້ນຄົງໜັກແໜ້ນກວ່າເກົ່າ. ຫວຽດນາມບໍ່ພຽງແຕ່ຍາມໃດກໍຕິດຕາມເທົ່ານັ້ນ, ຫາກຍັງໄດ້ຮ່ວມເດີນທາງກັບແຕ່ລະບາດກ້າວພັດທະນາຂອງການປະຕິວັດກູບາ, ຖືຜົນງານຂອງກູບາແມ່ນຜົນງານຂອງຕົນເອງ, ຍາມໃດກໍແບ່ງທຸກແບ່ງສຸກ ຮຽງບ່າຮຽງໄຫຼ່ກັບກູບາຄືອ້າຍນ້ອງໃນຄອບຄົວດຽວ ”

    ສ່ວນ ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ Miguel Mario Diaz Canel Bermudes ຢືນຢັນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແຫ່ງປະຫວັດສາດຫວຽດນາມ-ກູບາແມ່ນສຳຄັນທີ່ສຸດ. ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງທ່ານ ແມ່ນເພື່ອແນໃສ່ຢືນຢັນວ່າ ກູບາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມທະວີ ແລະ ເປີດກ້ວາງສາຍພົວພັນລະຫວ່າງ 2 ປະເທດ. 

(ແຫຼ່ງຄັດຈາກ VOV)


ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top