• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືໃນຂົງເຂດເສນາຮັກ

ວັນທີ 18 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ປະເທດ ລາວ ໄດ້ດໍາເນີນກອງປະຊຸມວິທະຍາສາດລະຫວ່າງວິທະຍາຄານເສນາຮັກຫວຽດນາມ - ວິທະຍາຄານເສນາຮັກລາວ ຄັ້ງທໍາອິດ. 


ສາດສະດາຈານ, ປອ ໂດກວຽດ ຜູ່້ອໍານວຍການວິທະຍາຄານເສນາຮັກຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ

(ພາບ: Pham Kien/ນັກຂ່າວ ສໍານັກຂ່າວສານຫວຽດນາມ ປະຈໍາລາວ)

ກອງປະຊຸມວິທະຍາສາດຄັ້ງທໍາອິດ ຈະຊ່ວຍໃຫ້ຖັນແຖວຄູອາຈານ, ນັກປາຖະກະຖາຂອງລາວ ສາມາດອັບເດັດຄວາມຮູ້ທາງດ້ານວິທະຍາສາດ, ສ້າງລະບົບແນວຄິດ ຄົ້ນຄວ້າວິທະຍາສາດ, ຊ່ວຍຍົກສູງຄຸນນະພາບການສິດສອນ. ກອງປະຊຸມກໍແມ່ນກາລະໂອກາດ ເພື່ອໃຫ້ພະນັກງານ, ຄູອາຈານຂອງສອງວິທະຍາຄານ ໄດ້ແລກປ່ຽນຄວາມຮູ້ ແລະ ບົດຮຽນໃນຂົງເຂດຄົ້ນຄວ້າວິທະຍາສາດ, ຊ່ວຍບໍາລຸງສ້າງຖັນແຖວບັນດານັກວິທະຍາສາດຜູ້ໜຸ່ມແໜ້ນ ເພື່ອຮັບໃຊ້ວຽກງານບົ່ງມະຕິພະຍາດ, ປິ່ນປົວ ແລະ ເບິ່ງແຍງດູແລສຸຂະພາບໃຫ້ແກ່ທະຫານ.

        ສິ້ນສຸດກອງປະຊຸມ, ວິທະຍາຄານເສນາຮັກຫວຽດນາມ ແລະ ວິທະຍາຄານເສນາຮັກລາວ ໄດ້ລົງນາມໃນບົດບັນທຶກເຮັດວຽກ ກ່ຽວກັບແຜນການຮ່ວມມືປີ 2018 – 2019. 

(ແຫຼ່ງຄັດຈາກ VOV)


ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top