• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອາເມລິກາ ພວມຢູ່ໃນເສັ້ນທາງຮ່ວມມືອັນດີງາມ

      ຕາມທ່ານ James W.Fatheree, ຮອງຫົວໜ້າຫ້ອງການການຄ້າ ອາເມລິກາ, ຜູ້ຮັບຜິດຊອບພາກພື້ນ ອາຊີ ແລ້ວ, ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ພິສູດໃຫ້ເຫັນຄວາມສຳຄັນຂອງພາກພື້ນ APEC ຢູ່ໃນໂລກ.

ທ່ານປະທານາທິບໍດີ ອາເມລິກາ Donald Trump
      ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາການນຳ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ນະຄອນ ດ່ານັ້ງ (10 -12 ພະຈິກ). ຕາມທ່ານ James W.Fatheree, ຮອງຫົວໜ້າຫ້ອງການການຄ້າ ອາເມລິກາ, ຜູ້ຮັບຜິດຊອບພາກພື້ນ ອາຊີ ແລ້ວ, ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ພິສູດໃຫ້ເຫັນຄວາມສຳຄັນຂອງພາກພື້ນ APEC ຢູ່ໃນໂລກ. ເມື່ອປະເທດ ອາເມລິກາ ບໍ່ເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ນັ້ນ, ຜ່ານການຮ່ວມມື APEC ບັນດາວິສາຫະກິດ ອາເມລິກາ ອາດຈະຊຸກຍູ້ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືພ້ອມກັນມີຜົນປະໂຫຍດ, ຊຸກຍູ້ຜົນປະໂຫຍດຂອງການຮ່ວມມືເຖິງທຸກໆຄົນ ແລະ ພິເສດ ແມ່ນໜູນຊ່ວຍບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ທີ່ມີອິດທິພົນຊື່ສຽງຂອງ ອາເມລິກາ ເພີ່ມທະວີການຮ່ວມມືຄູ່ຮ່ວມມືກັບບັນດາບໍລິສັດໃນພາກພື້ນ APEC. ທ່ານ James W.Fatheree ໃຫ້ຮູ້ວ່າ:
        “ພວກຂ້າພະເຈົ້າຫວັງວ່າ ການຮ່ວມມື ຫວຽດນາມ - ອາເມລິກາ ຈະພັດທະນາຢ່າງແຮງໃນໄລຍະຈະມາເຖິງ. ໃນຊຸມປີມໍ່ໆມານີ້, ການພົວພັນ ຫວຽດນາມ - ອາເມລິກາ ໄດ້ເພີ່ມທະວີຈາກລັດຖະບານສະໄໝຂອງທ່ານປະທານາທິບໍດີ Barack Obama. ແລະ ມາຮອດປະຈຸບັນ ແມ່ນພວກເຮົາພວມຢູ່ໃນການຮ່ວມມືອັນດີງາມ. ຫວັງວ່າ ລັດຖະບານຂອງທ່ານປະທານາທິບໍດີ Donald Trump ຈະສືບຕໍ່ຖື ຫວຽດນາມ ແມ່ນພື້ນຖານເສດຖະກິດພວມພົ້ນເດັ່ນຂຶ້ນສຳຄັນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຄືດັ່ງຂ້າພະເຈົ້າໄດ້ເວົ້າແລ້ວ, ປະຊາຄົມວິສາຫະກິດ ອາເມລິກາ ມີຄວາມສົນໃຈເຖິງຕະຫຼາດ ຫວຽດນາມ ທີ່ສຸດຍ້ອນປັດໄຈປະຊາກອນ, ລະດັບການເຕີບໂຕ, ບັນດາຄວາມກ້າວໜ້າໃນການປະຕິຮູບເສດຖະກິດ. ພວກຂ້າພະເຈົ້າຈະລະດົມລັດຖະບານສືບຕໍ່ນະໂຍບາຍຮ່ວມມືກັບ ຫວຽດນາມ.”
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top