• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວເພີີ່ມມທະວີການຮ່ວມມືທາງດ້ານສາສະໜາ

      ຮອງຫົວໜ້າຄະນະສາສະໜາລັດຖະບານຫວຽດນາມ ບຸຍແທງຮ່າ ໄດ້ມີການເຈລະຈາກັບຄະນະຜູ້ແທນສູນກາງແນວລາວສ້າງຊາດໂດຍທ່ານຮອງປະທານສູນກາງແນວລາວສ້າງຊາດ ຈັນທະວົງ ແສນອາມາດມົນຕຣີ ນຳໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

ຖ່າຍທອດຄວາມຮູ້ທາງດ້ານສາສະໜາໃຫ້ພະນັກງານທ້ອງຖິ່ນ
      ວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ, ຮອງຫົວໜ້າຄະນະສາສະໜາລັດຖະບານຫວຽດນາມ ບຸຍແທງຮ່າ ໄດ້ມີການເຈລະຈາກັບຄະນະຜູ້ແທນສູນກາງແນວລາວສ້າງຊາດໂດຍທ່ານຮອງປະທານສູນກາງແນວລາວສ້າງຊາດ ຈັນທະວົງ ແສນອາມາດມົນຕຣີ ນຳໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມແຕ່ວັນທີ 22 ຫາ 26 ສິງຫາ. ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການສາສະໜາ, ບົດຮຽນໃນການຄຸ້ມຄອງລັດກ່ຽວກັບສາສະໜາ ແລະ ຕີລາຄາໝາກຜົນປະຕິບັດຂໍ້ຕົກລົງຮ່ວມມືທາງດ້ານວຽກງານສາສະໜາທີ່ໄດ້ລົງນາມເມື່ອເດືອນກໍລະກົດປີ 2014 ຢູ່ຮ່າໂນ້ຍ ແລະ ວາງອອກທິດທາງໃນໄລຍະທີ່ຈະມາເຖິງ. ການນຳ 2 ອົງການໄດ້ໄດ້ຢັ້ງຢືນການຮ່ວມມືຢ່າງມີປະສິດທິຜົນລະຫວ່າງຄະນະສາສະໜາລັດຖະບານຫວຽດນາມ ແລະ ສູນກາງແນວລາວສ້າງຊາດໃນໄລຍະທີ່ຜ່ານມາ, ຊຶ່ງໄດ້ເພີີ່ມທະວີການແລກປ່ຽນກ່ຽວກັບບົດຮຽນໃນການຄຸ້ມຄອງລັດກ່ຽວກັບສາສະໜາ, ຈາກນັ້ນ ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະວຫວ່າງຫວຽດນາມ-ລາວ, ພ້ອມທັງເພີ່ມທະວີການພົວພັນຢ່າງສະໜິດແໜ້ນລະຫວ່າງສະມາຄົມພຸດທະສາສະໜາຫວຽດນາມ ແລະ ອົງການພຸດທະສຳພັນລາວ.  2 ຝ່າຍເຫັນດີໃນໄລຍະທີ່ຈະມາເຖິງ, ຈະສືບຕໍ່ເພີີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ຮ່ວມມືໃນວຽກງານບຳລຸງ ສ້າງພະນັກງານເຮັດວຽກງານສາສະໜາ, ສະໜັນສະໜູນການເຄື່ອນໄຫວສາສະໜາພຸດຂອງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

Top