• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມືໃນຂົງເຂດເຕັກໂນໂລຢີຂ້ໍມູນຂ່າວ

ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີການ
ຮ່ວມມືໃນຂົງເຂດເຕັກໂນໂລຢີຂ້ໍມູນຂ່າວ
(ພາບ: vietnam+)
      ຕອນ​ບ່າຍ​ວັນ​ທີ 29/03 ຢູ່​ໂຕ​ກຽວ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່ ຍີ່​ປຸ່ນ. ທ່ານ ​ເຈືອງ​ມີ​ງຕ໋ວນ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ໄດ້ພົບ​ປະ​ເຈລະຈາ​ກັບ​ທ່ານ Sanae Takaichi ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ແລະ ຖະ​ແຫຼງຂ່າວ ຍີ່ປຸ່ນ. ທ່ານ ​ເຈືອງ​ມີ​ງຕ໋ວນ ປາດ​ຖະໜາ​ຢາກ​ໃຫ້ 2 ກະຊວງ​ສືບ​ຕໍ່​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ຮ່ວມ​ມື​ໃນ​ຂົງ​ເຂດຂໍ້​ມູນ​ຂ່າວສານ, ສື່​ມວນ​ຊົນ. ທ່ານ​ລັດຖະມົນຕີ ​ເຈືອງ​ມີ​ງຕ໋ວນ ກ່າວ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ຍີ່ປຸ່ນ ​ໃນ​ບັນດາ​ຂົງ​ເຂດ​ຄື: ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວສານ ​ແລະ ປາດ​ຖະໜາ​ຢາກ​ໃຫ້ ຍີ່​ປຸນ ​ບຸລິມະສິດ​ສະຫງວນ​ທຶນ​ໜູນ​ຊ່ວຍ​ພັດທະນາ (ODA) ​ໃຫ້​ບັນດາ​ໂຄງການ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວສານຢູ່ ຫວຽດນາມ. ສ່ວນ​ທ່ານ Sanae Takaichi ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ແລະ ຖະ​ແຫຼງຂ່າວ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ຍີ່ປຸ່ນ ຈະ​ແບ່ງ​ປັນ​ບົດ​ຮຽນ, ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂົງ​ເຂດ​ຂໍ້​ມູນ​ຂ່າວສານ ​ແລະ ສື່​ມວນ​ຊົນ.
      ສິ້ນ​ສຸດ​ການ​ເຈລະຈາ, ທ່ານ ​ເຈືອງ​ມີ​ງຕ໋ວນ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ແລະ ທ່ານ Sanae Takaichi ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ແລະ ຖະ​ແຫຼງຂ່າວ ຍີ່ປຸ່ນ ​ໄດ້​ເຊັນ​ບົດບັນທຶກ​ຕົກລົງ​ກ່ຽວ​ກັບ​ການ​ສ້າງ​ກຸ່ມ​ປະຕິບັດ​ງານຮ່ວມ ​​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top