• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຍີ່ປຸ່ນຍັງມີຄວາມສາມາດບົ່ມຊ້ອນຮ່ວມມືເສດຖະກິດຫຼາຍຢ່າງ

ທ່ານ Shoji Kuwayama, ຜູ້ອຳນວຍການ​ໃຫຍ່​ບໍລິຫານ​ພາກ​ພື້ນ ອາ​ຊຽນ ຂອງ​ບໍລິສັດ Marubeni (ປະ​ເທດ ຍີ່ປຸ່ນ)
ແລະ ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈ່ີນ​ດ້າຍ​ກວາງ
      ວັນ​ທີ 10/8, ທີ່​ສຳນັກ​ງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈ່ີນ​ດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Shoji Kuwayama, ຜູ້ອຳນວຍການ​ໃຫຍ່​ບໍລິຫານ​ພາກ​ພື້ນ ອາ​ຊຽນ ຂອງ​ບໍລິສັດ Marubeni (ປະ​ເທດ ຍີ່ປຸ່ນ) ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຖື​ວ່າ: ຫວຽດນາມ ​ແລະ ຍີ່ປຸ່ນ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ເຈີ່ນ​ດ້າຍ​ກວາງ ຕີລາຄາ​ສູງ​ກຸ່ມ​ບໍລິສັດ Marubeni ​ໄດ້​ຕົກລົງ ​ແລະ ດຳ​ເນີນ​ການ​ລົງທຶນ, ດຳ​ເນີນ​ທຸ​ລະ​ກິດ​ສຳ​ເລັດ​ຜົນ​ຢູ່ ຫວຽດນາມ ນັບ​ແຕ່​ເມື່ອ​ຊຸມ​ປີ​ທຳ​ອິດ​ຂອງ​ຊຸມ​ປີ 90, ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ, ການ​ປະກອບສ່ວນ​ຂອງ​ກຸ່ມ​ບໍລິສັດ​ເຂົ້າ​ພາລະກິດ​ການ​ພັດທະນາ​ເສດຖະກິດ​ຂອງ ຫວຽດນາມ ​ແລະ ​ເລື່ອງ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ເສດຖະກິ​ດລະຫວ່າງ 2 ປະ​ເທດ ຜ່ານ​ບັນດາ​​ໂຄງການ​ກ່ຽວ​ກັບ​ພະລັງງານ, ກໍ່​ຄື​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ເດັກ​ ​ແລະ ພັດທະນາ​ການ​ສຶກສາ ຢູ່ຫວຽດນາມ​​ໃນ​ຊຸມ​ປີຜ່ານມາ. ທ່ານ ​ເຈີ່ນ​ດ້າຍ​ກວາງ ຢັ້ງຢືນ​ວ່າ​ດ້ວຍ​ທິດ​ນຳທີ່​ວ່າ​ຜົນສຳ​ເລັດ​ຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທ​ດ​​ເປັນ​ຜົນສຳ​ເລັດ​ຂອງ​ຕົນ​ເອງ, ຫວຽດນາມ ຕັດສິນ​ໃຈ​ສືບ​ຕໍ່​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ປັບປຸງ​ບັນດາ​ກອບ​ກົດໝາຍ, ນະ​​ໂຍບາຍ​ຢ່າງ​ແຮງ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ສະ​ດວກ​ກ່ວາ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ, ​ໃນ​ນັ້ນ​ມີ ຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top