• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກູບາ ເຈລະຈາກ່ຽວກັບນະໂຍບາຍປ້ອງກັນຊາດ


ຫວຽດນາມ ແລະ ກູບາ ເຈລະຈາກ່ຽວກັບນະໂຍບາຍປ້ອງກັນຊາດ
(ພາບ: qdnd.vn)

      ວັນ​ທີ 21/07 ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໂດຍ​ທ່ານ ຫງວຽນຈີ​ວີ້ງ ຮອງ​ລັດຖະມົນຕີ​ເປັນ​ຫົວໜ້າ​ຄະນະ ​ແລະ ກະຊວງ​ບັນດາ​ກຳລັງ​ປະກອບ​ອາວຸດ​ປະຕິວັດ ກູ​ບາ (MINFAR) ​​ໂດຍ​ທ່ານ​ພົນ​ໂທ Leopoldo Cintra, ກຳມະການ​ກົມ​ການ​ເມືອງ, ກຳມະການ​ສະພາ​​ແຫ່ງ​ລັດ, ລັດຖະມົນຕີ​ກະຊວງ​ດັ່ງກ່າວ ​ເປັນ​ຫົວໜ້າ​ຄະນະ, ​ໄດ້ດຳ​​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ​ຢູ່​ນະຄອນຫລວງ La Habana.
        ທີ່​ການ​ເຈລະຈາ, 2 ຝ່າຍ​ສະ​ແດງ​ຄວາມພາກພູມ​ໃຈຕໍ່​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​​ໃຫ້ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ຍົກ​ສູງກຳລັງ​ແຮງ​ບົ່ມ​ຊ້ອນ​ດ້ານ​ປ້ອງ​ກັນຊາ​ດຂອງ​ແຕ່ລະ​ປະ​ເທດ ​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ຮັກສາ​ໝາກຜົນ​ແຫ່ງ​ການ​ປະຕິວັດ​ໃຫ້​ໝັ້ນຄົງ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບຕໍ່​ທິດ​ທາງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ຊຶ່ງ 2 ຝ່າຍ​ມີທ່າ​ແຮງ, ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ແຜນການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ພົນ​ໂທ ຫງວຽນ​ຈີ​ວີ້ງ ຢືນຢັນ​ຄືນ​ໃໝ່​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ອັນ​ດີງາມ, ສັດ​ຊື່ບໍລິສຸດ, ປອດ​ໄສ​ລະຫວ່າງ​ກອງທັບ 2 ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ລະຫວ່າງ​ພັກ, ລັດ, ປະຊາຊົນ ຫວຽດນາມ - ກູ​ບາ ​ເວົ້າ​ລວມ. ສ່ວນ​ທ່ານພົນ​ໂທ Leopoldo Cintra  ​ເນັ້ນ​ໜັກ​​ເຖິງ​ການ: ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ກັນ​ດີງາມ​ກັບ ຫວຽດນາມ ​ແມ່ນ​ນະ​ໂຍບາຍລຸ​ລວງຂອງ​ ກູ​ບາ, ພ້ອມ​ທັງ​ໃຫ້​ຮູ້​ວ່າ: ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄວາມ​ຫຍຸ້ງຍາກ​ດ້ານເສດຖະກິດ, ການ​ປະຕິວັດ ກູ​ບາ ຍັງ​ຄົງ​ກ້າວ​​ເດີນ​ໄປ​ທາງ​ໜ້າຢ່າງ​ໝັ້ນຄົງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top