• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນຕະຫຼາດທີ່ກ້ວາງໃຫຍ່ໃຫ້ແກ່ບັນດາວິສາຫະກິດ ຊູແອດ

      ສືບຕໍ່ລາຍການຢ້ຽມຢາມຊູແອດຢ່າງເປັນທາງການ, ວັນທີ 27 ພຶດສະພາ, ຢູ່ນະຄອນຫຼວງ Stockholm, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ, ແລກປ່ຽນກັບການນຳບັນດາກຸ່ມບໍລິສັດແຖວໜ້າ ຂອງຊູແອດ.


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບການນຳບັນດາກຸ່ມບໍລິສັດແຖວໜ້າ ຂອງຊູແອດ ທີ່ພວມເຄື່ອນໄຫວຢູ່ ຫວຽດນາມ (ພາບ: ທົງເຍີດ/TTXVN)
      ທີ່ການພົບປະ, ບັນດາການນຳຂອງບັນດາກຸ່ມບໍລິສັດຊູແອດໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ແລະ ຊູແອດ ພວມມີຈຸດລວມ, ນັ້ນແມ່ນມານະພະຍາຍາມຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ. ບັນດາກຸ່ມບໍລິສັດ ຊູແອດ ກໍ່ສະແດງຄວາມປາດຖະໜາຢາກໃຫ້ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ EU (EVFTA) ໄດ້ຮັບການລົງນາມໂດຍໄວ, ຜ່ານນັ້ນສ້າງເງື່ອນໄຂສະດວກໃນການຊຸກຍູ້ການຄ້າການລົງທຶນຂອງ ຊູແອດ ເຂົ້າ ຫວຽດນາມ. ການນຳບັນດາກຸ່ມບໍລິສັດກໍ່ໃຫ້ຮູ້ວ່າພ້ອມແລ້ວທີ່ຈະຖ່າຍທອດບັນດາເຕັກໂນໂລຢີໃຫ້ແກ່ບັນດາຄູ່ຮ່ວມມື ຫວຽດນາມກໍ່ຄືເປີດກ້ວາງການລົງທຶນ, ທຳການຜະລິດ, ດຳເນີນທຸລະກິດຢູ່ ຫວຽດນາມ.
            ຕີລາຄາສູງບັນດາຄຳໝັ້ນສັນຍາ, ຄວາມປາດຖະໜາຢາກຮ່ວມມືຂອງບັນດາກຸ່ມບໍລິສັດແຖວໜ້າຂອງ ຊູແອດ, ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ບັນດາອົງການທີ່ກ່ຽວຂ້ອງຈະພະຍາຍາມຈົນສຸດຄວາມສາມາດເພື່ອໜູນຊ່ວຍບັນດາກຸ່ມບໍລິສັດ, ວິສາຫະກິດ ຊູແອດທີ່ຈະມາ ຫວຽດນາມ ແລະ ເປີດກ້ວາງການລົງທຶນຢູ່ທີ່ນີ້. ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັ້ກວ່າ ດ້ວຍບັນດາທ່າແຮງຄືແມ່ນປະຕູເຂົ້າອອກຂອງ ຕະຫຼາດອາຊຽນ ແລະ ມີສົນທິສັນຍາການຄ້າເສລີໃໝ່ຫຼາຍສະບັບເຊິ່ງ ໄດ້ ແລະ ກຳລັງໄດ້ຮັບການລົງນາມ. ຫວຽດນາມແມ່ນຕະຫຼາດທີ່ກວ້າງໃຫຍ່ໃຫ້ແກ່ບັນດາວິສາຫະກິດຊູແອດ.
 (ແຫຼ່ງຄັດຈາກ VOV)
 

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top