• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ປອດໄພ

      ທ່ານສາດສະດາຈານ Ryo Ikebe, ສັງກັດມະຫາວິທະຍາໄລ Senshu, ອະດີດຫົວ  ໜ້າ ຜູ້ຕາງໜ້າອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO), ຖືວ່າ ຫວຽດນາມພວມມີບັນດາການປ່ຽນແປງທີ່ໜ້າປະທັບໃຈໃນດ້ານເສດຖະກິດ-ສັງຄົມ. 

ລະບົບຜະລິດເກີບສົ່ງອອກຂອງບໍລິສັດ Midori Safety Footwear
ຈໍາກັດ (ພາບ: Danh Lam/TTXVN)
      ເມື່ອຕອບສໍາພາດຕໍ່ສື່ມວນຊົນ, ທ່ານສາດສະດາຈານ Ikebe ຖືວ່າ ຫວຽດນາມ ເຄີຍໄດ້ຮັບຖືວ່າ ແມ່ນປະເທດສ່ົງອອກຜະລິດຕະພັນກະເສດ ແຕ່ປັດຈຸບັນນີ້ ບັນດາຜະລິດຕະພັນກະເສດສົ່ງອອກໃນນາມຂອງປະເທດອຸດສາຫະກໍາພວມເພີ່ມຂຶ້ນ, ນໍາຫວຽດນາມ ຄ່ອຍໆເຂົ້າຮ່ວມກຸ່ມບັນດາປະເທດອຸດສາຫະກໍາ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ໄດ້ເຂົ້າຮ່ວມອົງການການຄ້າໂລກ (WTO), ສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ເຈລະຈາສັນຍາການຄ້າເສລີ (FTA) ກັບສະຫະພາບເອີຣົບ, ສ້າງສະພາບແວດລ້ອມທີ່ມີກໍາລັງຄວາມສາມາດໃນການແກ້ງແຍ້ງ ແລະ ແລກປ່ຽນການຄ້າ. ຫວຽດນາມເລີ່ມໄດ້ຮັບການຕີລາຄາວ່າ ແມ່ນສະຖານທີ່ລົງທຶນທີ່ປອດໄພ. ຕາມການຕີລາຄາຂອງບັນດານັກລົງທຶນແລ້ວ, ຖ້າຫາກດໍາເນີນການລົງທຶນໃນຂອບຂະໜາດໃຫຍ່, ນະໂຍບາຍແລກປ່ຽນການຄ້າຂອງຫວຽດນາມຈະບໍ່ມີການປ່ຽນແປ່ງ ຫາກຍັງສືບຕໍ່ເດີນຕາມທິດຫັນເປັນເສລີ.
 (ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top