• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເອົາໃຈໃສ່, ຕິດຕາມສະພາບການສັບສົນຢູ່ເຂດທະເລຂອງບາງປະເທດອາຊຽນຢ່າງໃກ້ຊິດ

ໂດຍແມ່ນປະເທດຢູ່ແຄມທະເລຕາເວັນອອກ ແລະ ແມ່ນສະມາຊິກຂອງອາຊຽນ, ຫວຽດນາມ ມີຄວາມເອົາໃຈໃສ່, ຕິດຕາມສະພາບການຢ່າງໃກ້ຊິດ.


ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ

(ພາບ: TTXVN)


ວັນທີ 21 ເມສາ, ເມື່ອຕອບຄຳຖາມຂອງສື່ມວນຊົນກ່ຽວກັບຂໍ້ມູນຂ່າວໃນມໍ່ໆມານີ້ທີ່ ກ່ຽວຂ້ອງເຖິງສະພາບການສັບສົນຢູ່ບາງເຂດທະເລຂອງບາງປະເທດອາຊຽນ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ: “ໂດຍແມ່ນປະເທດຢູ່ແຄມທະເລຕາເວັນອອກ ແລະ ແມ່ນສະມາຊິກຂອງອາຊຽນ, ຫວຽດນາມ ມີຄວາມເອົາໃຈໃສ່, ຕິດຕາມສະພາບການຢ່າງໃກ້ຊິດ. ຫວຽດນາມ ປາດຖະໜາຢ່າງຈິງໃຈວ່າ ສິດ, ຜົນປະໂຫຍດອັນຊອບທຳຂອງບັນດາປະເທດທີ່ເໝາະສົມກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຈະໄດ້ຮັບການເຄົາລົບ; ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງມີຄວາມຮັບຜິດຊອບປະຕິບັດກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ສະແດງໃຫ້ເຫັນຄຳໝັ້ນສັນຍາພັດທະນາການພົວພັນມິດຕະພາບລະຫວ່າງບັນດາປະເທດ ແລະ ສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ, ພາກພື້ນ ແລະ ໃນໂລກ”.
 (ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top