• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຄົາລົບນັບຖືການສະໜັບສະໜູນ, ການຊ່ວຍເຫຼືອຂອງເພື່ອນມິດສາກົນ

ທ່ານປະທານປະເທດ ໄດ້ຂອບໃຈເພື່ອນມິດອາເມລິກາ ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອສະໜັບສະໜູນ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເພື່ອນມິດອາເມລິກາ. (ພາບ: TTXVN)

ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ນະຄອນນິວຢອກ, ປະເທດອາເມລິກາ, ວັນທີ 21 ກັນຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເພື່ອນມິດອາເມລິກາ, ໂດຍທ່ານນາງ Merle Ratner, ຜູ້ປະສານງານຂອງອົງການຂົນຂວາຍຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີຫວຽດນາມ ຢູ່ອາເມລິກາ ເປັນຫົວໜ້າຄະນະ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ໄດ້ຂອບໃຈເພື່ອນມິດອາເມລິກາ ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອສະໜັບສະໜູນ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄົມຢູ່ຫວຽດນາມ. ທ່ານປະທານປະເທດຕີລາຄາສູງບັນດາຄຳໝັ້ນສັນຍາ ແລະ ການໜູນຊ່ວຍຂອງອາເມລິກາ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄົມ; ພ້ອມກັນນັ້ນປາດຖະໜາວ່າ ເພື່ອນມິດອາເມລິກາ ຈະສືບຕໍ່ສະໜັບສະໜູນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອສິນ.

        ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ໃຫ້ການຕ້ອນຮັບເພື່ອນມິດຝ່າຍຊ້າຍອາເມລິກາ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ເຄົາລົບນັບຖື ແລະ ຕີລາຄາສູງບັນດາການໜູນຊ່ວຍຢ່າງແທດຈິງຂອງບັນດາເພື່ອນມິດຝ່າຍຊ້າຍອາເມລິກາ ຕໍ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ກໍຄືການສະໜັບສະໜູນການພົວພັນລະຫວ່າງຫວຽດນາມ - ອາເມລິກາ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ.

Top