• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມອອນລາຍຂອງຄະນະກຳມະການອາຊຽນຢູ່ອາເມລິກາ

      ເອກອັກຄະລັດຖະທູດ ແລະ ອຸປະທຸດບັນດາປະເທດອາຊຽນ ປະຈຳນະຄອນຫຼວງວໍຊິງຕັນ ໄດ້ແລກປ່ຽນກ່ຽວກັບໝາກຜົນບັນດາກອງປະຊຸມສຸດຍອດພິເສດທາງອອນລາຍ ອາຊຽນ ແລະ ອາຊຽນ+3

ກອງປະຊຸມທາງອອນລາຍຄັ້ງທຳອິດຂອງຄະນະກຳມະການອາຊຽນ ຢູ່ນະຄອນຫຼວງວໍຊິງຕັນ
(ພາບ: TTXVN)
      ວັນທີ 27 ເມສາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມງອັກ ພ້ອມກັບເອກອັກຄະລັດຖະທູດ ແລະ ອຸປະທຸດບັນດາປະເທດອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຄັ້ງທຳອິດຂອງຄະນະກຳມະການອາຊຽນ ຢູ່ນະຄອນຫຼວງວໍຊິງຕັນ (ACW) ໂດຍທ່ານເອກອັກຄະລັດຖະທູດກຳປູເຈຍ Chum Sounry, ປະທານ ACW, ເປັນເຈົ້າພາບຈັດຕັ້ງ.
ເອກອັກຄະລັດຖະທູດ ແລະ ອຸປະທຸດບັນດາປະເທດອາຊຽນ ປະຈຳນະຄອນຫຼວງວໍຊິງຕັນ ໄດ້ແລກປ່ຽນກ່ຽວກັບໝາກຜົນບັນດາກອງປະຊຸມສຸດຍອດພິເສດທາງອອນລາຍ ອາຊຽນ ແລະ ອາຊຽນ+3 ເມື່ອວັນທີ 14 ເມສາ, ກອງປະຊຸມທາງອອນລາຍລັດຖະມົນຕີການຕ່າງປະເທດອາຊຽນ - ອາເມລິກາ ເມື່ອວັນທີ 23 ເມສາ. ກ່ຽວກັບຜົນກະທົບທາງດ້ານເສດຖະກິດຂອງໂລກລະບາດໂຄວິດ- 19 ຕໍ່ ພາກພື້ນ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ ອາຊຽນ ຄວນສືບຕໍ່ຊຸກຍູ້ບັນດາຄວາມມານະພະຍາຍາມໃນການຮ່ວມມືປ້ອງກັນ, ຕ້ານໂລກລະບາດ, ຄົ້ນຄວ້າຜະລິດວັກຊິນ ແລະ ຢາປິ່ນປົວພະຍາດໂຄວິດ- 19 ແລະ ການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ. ບັນດາຜູ້ແທນກໍ່ຕີລາຄາສູງບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືພາຍໃນກຸ່ມອາຊຽນ ກໍຄືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ, ໃນນັ້ນມີອາເມລິກາ, ໃນການຮັບມືກັບໂລກລະບາດໂຄວິດ- 19.
ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ, ກໍ່ໄດ້ແບ່ງປັນບັນດາຊຸດ Kit ວິໄຈເຊື້ອໄວຣັດໂຄວິດ- 19 ໂດຍຫວຽດນາມ ຜະລິດ, ເຊິ່ງອົງການອະນາໄມໂລກ (WHO) ແລະ ບັນດາປະເທດເອີລົບ ໄດ້ອອກໃບຢັ້ງຢືນບັນລຸມາດຕະຖານ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top