• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມ ASOSAI ເທື່ອທີ 51 ຢູ່ ອິນໂດເນເຊຍ

(ພາບປະກອບ / TTXVN)
       ​ໃນ​ລະຫວ່າງ​ວັນ​ທີ 13 – 14/02 ​ໄດ້ດຳ​ເນີນກອງ​ປະຊຸມ ​​ເທື່ອ​ທີ 51 ຄະນະ​ບໍລິຫານງານ​ຂອງ​ບັນດາ​ອົງການກວດ​ສອບ​ສູງສຸດ ອາຊີ (ASOSAI) ຢູ່​ເກາະ Bali ອິນ​ໂດ​ເນ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 100 ທ່ານ​ທີ່​ຕາງໜ້າ​ໃຫ້ 11 ອົງການ​ກວດ​ສອບ​ບັນດາ​ປະ​ເທດ ອາຊີ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Khalid Khan Abdulah Khan ປະທານ ASOSAI ຮອງຫົວໜ້າ​ອົງການ​ກວດ​ສອບ​ຂອງ ມາ​ເລ​ເຊຍ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແມ່ນ​ສະມາຊິກ​ຕັ້ງໜ້າ​ຂອງ ASOSAI. ຫວຽດນາມ ຈະ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ ASOSAI ​ໃນ​ປີ 2018 ​ແລະ ພວກ​ຂ້າພະ​ເຈົ້າ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນຄວາມ​ຮູ້, ​ບົດຮຽນຂອງ​ຕົນ ​ເພື່ອ​ໃຫ້​​ພວກ​​ເພື່ອນ​ສາມາດ​ຈັດ​ຕັ້ງ​ກອງ​ປະຊຸ​ມ​ໃຫຍ່ ASOSAI ຄັ້ງ​ທີ 14 ​ຢູ່ ຮ່າ​ໂນ້ຍ ​ໃນ​ປີໜ້າສຳ​ເລັດ​ຜົນ. ທ່ານ ​ໂຮ່ດຶກ​ເຟີ​໋ກ ຫົວໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ນີ້ ຫວຽດນາມ ລາຍການ​​ແຜນການ​ຜັນ​ຂະຫຍາຍ​ການຈັດ​ຕັ້ງ​ກອງ​ປະຊຸ​ມ​ໃຫຍ່ ASOSAI ຄັ້ງ​ທີ 14 ປີ 2018 ຢູ່ ຮ່າ​ໂນ້ຍ. ​ໂດຍ​ຜ່ານ​ກອງ​ປະຊຸ​ມ​ໃຫຍ່ ຈະ​ຊ່ວຍ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ຫວຽດນາມ; ​ແບ່ງປັນ​ບັນດາ​ບົດຮຽນ​ກວດ​ສອບ ​ແລະ ສ້າງ ASOSAI ​ໃຫ້ກາຍ​ເປັນ​ອົງການ​ກວດ​ສອບ​ແບບຢ່າງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top