• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດການທ່ອງທ່ຽວສາກົນ 2017

(ພາບປະກອບ / TTXVN)
      “ງານ​ຕະຫລາດນັດ​ການທ່ອງທ່ຽວ​ສາກົນ Brussels 2017” ພວມ​ດຳ​ເນີ​ນ​ໄປ​ຢູ່​ສູນງານຕະຫລາດນັດວາງສະ​ແດງ Heysel ຂອງ​ປະ​ເທດ ​ແບນ​ຊິກ ​ໃນ​ລະ​ຫວ່າງວັນ​ທີ 02 – 05/02. ກ່າວ​ຄຳ​ເຫັນ ​ເມື່ອ​ມາ​ຢ້ຽມຢາມ​ຮ້ານ​ວາງສະ​ແດງຂ​ອງ ຫວຽດນາມ ​ໃນມື້​ທຳ​ອິດ​ຂອງ​ງານ​ຕະຫລາດນັດ, ທ່ານ ​ເວື​ອງ​​ເທື່ອ​ຟອງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳລາຊະ​ອານາຈັກ ​ແບນ​ຊິກ ​ໃຫ້​ຮູ້​ວ່າ: ລັດ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະສ້າງ​ເງື່ອນ​ໄຂສະດວກ​​​ໃຫ້​ແຂກ​ທ່ອງທ່ຽວ, ພິ​ເສດ​ແມ່ນປັບປຸງ​ລະບຽບ​ການ​​ເຮັດວີ​ຊາ​ໃຫ້​ແຂກ​ທ່ອງ​ທ່ຽວ ​​ເມື່ອ​ປະກາດ​ໃຊ້ດຳລັດ​ສະ​ບັບໜຶ່ງ​ ທີ່​ອະນຸຍາດປະຕິບັດທົດລອງຮູບ​ການ​ວີ​ຊາ​ເອ​ເລັກ​ໂຕ​ນິກ ຫຼື ​ກຳ​ນົດກ່ຽວ​ກັບ​ການ​ຍົກ​ເວັ້ນວີ​ຊາ​ໃຫ້​ບາງ​ເປົ້າ​ໝາຍ​​ໃນເຂດ​ຈຸດ​ສູມ​ກ່ຽວ​ກັບ​ການທ່ອງທ່ຽວຢູ່ ​ເອີ​ລົບ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຊື່ອ​ໝັ້ນ​ວ່າ ບັນດາ​ມາດ​ຕະການ​ນີ້ ຈະ​ຊ່ວຍ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຈາກ ​ເອີ​ລົບ ມາ ຫວຽດນາມ ​​ໃຫ້ຫລາຍກ່ວາ​ເກົ່າ​.
        ຕາມ​ທ່ານ Pascal Van de Moortel Vietnam Airlines ສາຂາ​ຢູ່ ​ແບນ​ຊິກ ​ແລ້ວ, ມີ​ຫລາຍ​ສາຍ​ເຫດທີ່​ພາ​ໃຫ້​ແຂ​ກທ່ອງ​ທ່ຽວ ​ເອີ​ລົບ ​ຢາກ​ມາ​ທ່ຽວ ຫວຽດນາມ. ຫວຽດນາມ ​ແມ່ນ​ປະ​ເທດ​ທີ່ມີດິນ​ຟ້າ​ອາກາດ​​ສະດວກ​ສະບາຍ ​ແລະ ພິ​ເສດ​ແມ່ນ​ສະພາບ​ ​ການ​ເມືອງ​ເປັນ​ປົກກະຕິ. ຄວາມມີ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ແມ່ນ​ທ່າສະດວກຊ່ວຍ​ໃຫ້ ຫວຽດນາມ ສະໜອງ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ວັດທະນະທຳ, ບັນ​ເທີ​ງ, ພັກຜ່ອນ​ບຳລຸງ​ສຸຂະພາບ​ທີ່​ເໝາະ​ສົມ​ກັບ​​ແຂກ​ທ່ອງ​ທ່ຽວທຸກ​ເປົ້າ​ໝາຍ.
(​ແຫຼ່ງຄັດ​ຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top