• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮັກສາອັນດັບໜຶ່ງໃນໂລກ ກ່ຽວກັບການປຸງແຕ່ງ ແລະ ການສົ່ງອອກໝາກມ່ວງຫິມະພານ

      ປີ 2020, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ແຕ່ໄລ່ຮອດທ້າຍເດືອນ ຕຸລາ 2020, ການສົ່ງອອກໝາກມ່ວງຫິມະພານ ຍັງຄົງບັນລຸໄດ້ກວ່າ 422.000 ໂຕນ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ວົງເງິນການຄ້າສົ່ງອອກບັນລຸກວ່າ 2,6 ຕື້ USD.

ການປຸງແຕ່ງໝາກມ່ວງຫິມະພານ (ພາບ: TTXVN) 
      ພາຍຫຼັງໄດ້ຮັບການສ້າງຕັ້ງ ແລະ ພັດທະນາເປັນເວລາ 30 ປີ, ຂະແໜງການປຸງແຕ່ງ ແລະ ສົ່ງອອກໝາກມ່ວງຫິມະພານ ຫວຽດນາມ ໄດ້ກ້າວຂຶ້ນອັນດັບໜຶ່ງໃນໂລກ ເປັນເທື່ອລະກ້າວ. ທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະສະມາຄົມ ໝາກມ່ວງຫິມະພານ ຫວຽດນາມ ຄົບຮອບ 30 ປີ (Vinacas) ທີ່ຈັດຂຶ້ນຢູ່ນະຄອນໂຮ່ຈີມິນ, ຕອນຄ່ຳວັນທີ 23 ພະຈິກ, Vinacas ໃຫ້ຮູ້ວ່າ: ປີ 2020, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ແຕ່ໄລ່ຮອດທ້າຍເດືອນ ຕຸລາ 2020, ການສົ່ງອອກໝາກມ່ວງຫິມະພານ ຍັງຄົງບັນລຸໄດ້ກວ່າ 422.000 ໂຕນ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ວົງເງິນການຄ້າສົ່ງອອກບັນລຸກວ່າ 2,6 ຕື້ USD. ຄາດວ່າ ທັງປີ 2020, ການສົ່ງອອກໝາກມ່ວງຫິມະພານຈະບັນລຸປະລິມານ 450.000 ໂຕນ, ເຊິ່ງມີມູນຄ່າເກືອບ 3,3 ຕື້ USD. ທ່ານ ຟ້າມວັນກົງ, ປະທານ Vinacas ໃຫ້ຮູ້ວ່າ  ທ່າແຮງໃຫຍ່ທີ່ສຸດຂອງຂະແໜງໝາກມ່ວງຫິມະພານ ຫວຽດນາມ ແມ່ນເຕັກໂນໂລຢີປຸງແຕ່ງທີ່ກ້າວໜ້າທີ່ສຸດໃນໂລກ ໂດຍ ຊາວຫວຽດນາມຜະລິດອອກ.  Vinacas ພວມສົ່ງເສີມການສ້າງ ແລະ ສະເໜີຕໍ່ລັດຖະບານ ປະກາດໃຊ້ “ຍຸດທະສາດພັດທະນາຂະແໜງໝາກມ່ວງຫິມະພານ ຫວຽດນາມ ໃນສະພາບການໃໝ່”. ຕາມນັ້ນແລ້ວ, ສະເໜີບັນດາກົນໄກນະໂຍບາຍຂອງລັດ ເພື່ອແນໃສ່ພັດທະນາການປຸງແຕ່ງຕາມລວງເລິກຢ່າງແຮງ, ຕອບສະໜອງຄວາມຕ້ອງການທີ່ຫຼາຍຮູບຫຼາຍແບບຂອງຕະຫຼາດໂລກ ແລະ ຍາດໄດ້ຊິງເອົາທີ່ຕັ້ງທີ່ເໝາະສົມ ໃນລະບົບມູນຄ່າໝາກມ່ວງຫິມະພານທົ່ວໂລກ. ໄປຄຽງຄູ່ກັນນັ້ນ, ກໍ່ພັດທະນາເຂດສະໜອງວັດຖຸດິບຕາມທິດມີຄຸນນະພາບ, ມີປະສິດທິຜົນຢ່າງແຮງ; ທັງສ້າງທ່ວງທ່າເປັນເຈົ້າການກ່ຽວກັບແຫຼ່ງວັດຖຸດິບທີ່ມີຄຸນນະພາບໃຫ້ແກ່ການປຸງແຕ່ງ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top